(VOVWORLD) -ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດຂໍ້ມູນລະອຽດກ່ຽວກັບບ້ວງເງິນໜູນຊ່ວຍດ້ານການທະຫານກ້ອນໃໝ່ ທີ່ມີມູນຄ່າ 2,6 ຕື້ USD ໃຫ້ແກ່ ຢູແກູນ.
ລະບົບ HIMARS (ພາບ: EPA-EFE)
|
ວັນທີ 04 ເມສາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດຂໍ້ມູນລະອຽດກ່ຽວກັບບ້ວງເງິນໜູນຊ່ວຍດ້ານການທະຫານກ້ອນໃໝ່ ທີ່ມີມູນຄ່າ 2,6 ຕື້ USD ໃຫ້ແກ່ ຢູແກູນ. ຈຳນວນເງິນສ່ວນຫຼາຍຂອງບ້ວງເງິນດັ່ງກ່າວ ຄືປະມານ 2,1 ຕື້ USD ໄດ້ຫັກຈາກກອງທຶນຂໍ້ລິລີ່ມໜູນຊ່ວຍຄວາມໝັ້ນຄົງ ຢູແກຼນ, ຈະໄດ້ເອົາໄປຊຳລະໃຫ້ການເຄື່ອນໄຫວຊື້ອຸປະກອນຈາກຂະແໜງອຸດສາຫະກຳປ້ອງກັນຊາດ. ໃນຂະນະນັ້ນ, 500 ລ້ານ USD ທີ່ຍັງເຫຼືອ ໄດ້ຫັກຈາກບ້ວງເງິນສະສົມຂອງ ອາເມລິກາ.
ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ບ້ວງເງິນໜູນຊ່ວຍກ້ອນໃໝ່ນີ້ ໄດ້ຍົກມູນຄ່າການຊ່ວຍເຫຼືອຂອງ ອາເມລິກາ ໃຫ້ແກ່ຢູແກຼນ ນັບແຕ່ເມື່ອເກີດການປະທະກັນ ລັດເຊຍ - ຢູແກຼນ ຂຶ້ນເຖິງກວ່າ 35 ຕື້ USD.