ອາເມລິກາ ປະກາດສະພາວະສຸກເສີນຂັ້ນລັດ ຍ້ອນພາຍຸ Michael

(VOVWORLD) -ວັນທີ 13 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດສະພາວະສຸກເສີນ ຢູ່ທີ່ລັດ Alabama, ເປີດການລະດົມກອງທຶນລະຫວ່າງລັດ ໃຫ້ແກ່ການເຄື່ອນໄຫວກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Michael, ພາຍຸລູກດັ່ງກ່າວ ມີຄວາມແຮງຢູ່ລະດັບທີ 3 ໃນປະຫວັດສາດທີ່ພັດເຂົ້າດິນແດນ ອາເມລິກາ.  

  ຕາມການປະກາດດັ່ງກ່າວ, ອົງການແກ້ໄຂສະພາວະສຸກເສີນລະຫວ່າງລັດອາເມລິກາ (FEMA) ໄດ້ມອບສິດກໍານົດ, ປຸກລະດົມ ແລະ ສະໜອງບັນດາອຸປະກອນ ແລະ ແຫຼ່ງກໍາລັງທີ່ຈໍາເປັນ ເພື່ອຫຼຸດຜ່ອນຜົນເສຍຫາຍຕ່າງໆ ຈາກ ພາຍຸ Michael ກໍ່ຂຶ້ນ.

        ຕາມການສະຖິຕິຂອງວົງການເຈົ້າໜ້າທີ່ ອາເມລິກາ ແລ້ວ ມີຜູ້ເສຍຊີວິດ 17 ຄົນ, ເຮືອນທີີ່ຖືກພັງທະລາຍ ຫຼືເປ່ເພ ກວ່າ 1.000 ຫຼັງ, ອັນໄດ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວທໍາການຜະລິດກະສິກໍາ ແລະ ການດໍາເນີນຊີວິດຂອງ 3.500 ຄົນ. ຕາມການຄາດຄະເນໃນເບື້ອງຕົ້ນຂອງກະຊວງກະສິກໍາ ອາເມລິກາ ແລ້ວ, ພາຍຸ Michael ພັດເຂົ້າ ອາເມລິກາ ໃນຕອນບ່າຍວັນທີ 10 ຕຸລາ ແລະ ອັນໄດ້ກໍ່ຜົນເສຍຫາຍ ໃຫ້ປະຊາຊົນຢູ່ບັນດາລັດທີ່ພາຍຸພັດຜ່ານ ປະມານ 1, 9 ຕື້ USD ແລະ ສົ່ງຜົນສະທ້ອນເຖິງເນື້ອທີ່ດິນທໍາການຜະລິດ ກວ່າ 1, 5 ເຮັດຕາ.


ຕອບກັບ

ຂ່າວ/ບົດ​ອື່ນ