ອາເມລິກາ ປະຕິເສດການ ກະທຳດ້ານການທະຫານຢູ່ຊີຣີ ເວັ້ນເສຍໄດ້ຮັບ ອະນຸຍາດຈາກສປຊ

ອາເມລິກາ ປະຕິເສດການ ກະທຳດ້ານການທະຫານຢູ່ຊີຣີ ເວັ້ນເສຍໄດ້ຮັບ ອະນຸຍາດຈາກສປຊ - ảnh 1
ທ່ານ​ເລຂາ​ທຳນຽບຂາວ Jau Carney
( ພາບຈາກອີນເຕີແນດ )


( vovworld ) -   ວັນ​ທີ 31/5, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Leon Paneta ​ໄດ້​ຖະ​ແຫຼ​ງວ່າ ວໍ​ຊິງ​ເຕັນ ຈະ​ບໍ່​ມີ​ການ​ກະທຳ​​ແຊກ​ແຊງດ້ານການ​ທະຫານໃດໆ​ຢູ່​ຊີຣີ ​ເວັ້ນ​ເສຍໄດ້​ຮັບ​ການ​ສະ​ໜັບສະ​ໜູນຈາກ​ສະຫະ​ປະຊາ​ຊາດ. ​ແຕ່​ທ່ານ​ກໍ​​ໄດ້ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ​ ຍັງ​ຄົງຈະ​ປະຕິບັດທຸກໆ​ແຜນການ​ກະທຳ​ໃນ​ອະນາຄົດ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາ​ທຳນຽບຂາວ Jau Carney ​ໄດ້​ຮຽກ​ຮ້ອງ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Basha al Assad ດຳ​ເນີນ​ການ​ມອບ​ໂອນ​​ການ​ເມືອງ​​ໂດຍສັນຕິຢູ່​ປະ​ເທດ​ນີ້​ໂດຍ​ໄວ ຖ້າ​ຫາກ​ບໍ່​ຫວັງ​ໃຫ້​ເກີດ​ສົງຄາມ​ກາງ​ເມືອງ​ທີ່​ນອງເລືອດ​. ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ວົງ​ຄະນະ​ຍາດ​ສາກົນ​ຄວນ​ສືບ​ຕໍ່​ກໍ່​ກຳລັງ​ດັນ ​ແລະ ​ເຮັດ​ໃຫ້​ອຳນາດ​ການ​ປົກຄອງ​ຂອງ​ທ່ານ Assad ​ຖືກ​ຕົກ​ຢູ່​ໂດດ​ດຽວເພື່ອ​ເປີດ​ຊ່ອງ​ທາງ​ໃຫ້​ວິ​ວັດ​ການ​ມອບ​ໂອນ​​ການ​ເມືອງ​ຢ່າງຮອບດ້ານ, ​ແຕ່​ຍັງ​ຮັກສາ​ທັດສະນະ​ກ່ຽວ​ກັບ​ເລື່ອງ​ອາ​ເມ​ລິ​ກາ​ຈະ​ບໍ່​ແຊກ​ແຊງ​​ດ້ານການທະຫານ​ຢູ່​ຊີຣີ ​ຍ້ອນ​ມີ​ຄວາມເປັນ​ຫ່ວງ​ກັງວົນວ່າ ຈະ​ເຮັດ​ໃຫ້​ສະພາບ​ການ​ຢູ່ປະ​ເທດ​ນີ້ສັບສົນ​ຂຶ້ນ​ຕື່ມ. ​ຂ່າວ​ຍັງ​ໃຫ້​ຮູ້​ວ່າ: ວັນ​ທີ 31/5, 6 ພັກ​​ໃໝ່​ທີ່ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນຢູ່​ຊີຣີ ໄດ້​ຮຽກຮ້ອງ​ຝ່າຍ​ຄ້ານ​ດຳ​ເນີນ​ການ​ເຈລະຈາ​ຢ່າງ​ເຂັ້ມ​ງວດ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ມາດ​ຕະການ​​ແກ້​ໄຂ​ດ້ານ​ການ​ເມືອງ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. 6 ພັກ​ດັ່ງ​ກາວ ​ໄດ້​ປະກາດສ້າງ​ຕັ້ງ​ສຳພັນ​ທະ​ມິດ​ຄື​ດັ່ງ​ພັນທະ​ພາບ​ການ​ເມືອງເພື່ອ​ແນ​ໃສ່​ສ້າງ​ລັດ​ປະຊາທິປະ​ໄຕ. ສຳພັນ​ທະ​ມິດ​ດັ່ງ​ກ່າວ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ກັບທຸກໆ​ພັກ​ຝ່າຍ​ຢ່າງ​ຈິງ​ຈັ່ງ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ.

ຂ່າວ/ບົດ​ອື່ນ