ອາເມລິກາ, ມົງໂກນ ແລະ ສ.ເກົາຫຼີ ຈັດກອງປະຊຸມສາມຝ່າຍກ່ຽວກັບບັນຫາ ສປປ.ເກົາຫຼີ
(VOVWORLD) - ບັນດານັກການທູດ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນທີ່ຕ້ອງເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ ຄືນໃໝ່.
ນັກການທູດ 3 ປະເທດ ອາເມລິກາ, ມົງໂກນ, ສ.ເກົາຫຼີ (ພາບ: Yonhap) |
ວັນທີ 2 ມິຖຸນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັນດານັກການທູດຂັ້ນສູງຂອງ ອາເມລິກາ, ມົງໂກນ ແລະ ສ.ເກົາຫຼີ ໄດ້ຈັດກອງປະຊຸມສາມຝ່າຍຂຶ້ນຄັ້ງທຳອິດໃນອາທິດນີ້ ເພື່ອປຶກສາຫາລືກ່ຽວກັບການພັດທະນາກຳລັງຄວາມສາມາດດ້ານນິວເຄຼຍ ແລະ ລູກສອນໄຟຢ່າງວ່ອງໄວ ຂອງ ສປປ.ເກົາຫຼີ. ທີ່ກອງປະຊຸມ ເຊິ່ງໄດ້ດຳເນີນໃນວັນທີ 30 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງ Ulan Bator ຂອງ ມົງໂກນ, ບັນດານັກການທູດ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນທີ່ຕ້ອງເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ ຄືນໃໝ່. ຮອງຫົວໜ້າຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນດາບັນຫາ ອາຊີຕາເວັນອອກ ແລະ ປາຊີຟິກ ທ່ານ Mark Lambert, ພ້ອມກັບຄູ່ຕຳແໜ່ງ ມົງໂກນ ທ່ານ Byambasuren Guntevsuren ແລະ ຝ່າຍ ສ.ເກົາຫຼີ ທ່ານ Choi Yong Jun ໄດ້ສະແດງຄວາມພ້ອມຈັດກອງປະຊຸມສາມຝ່າຍເປັນປະຈຳ ບົນພື້ນຖານໝູນວຽນຢູ່ແຕ່ລະປະເທດ . ໃນການພົບປະ, ສາມປະເທດກໍ່ພ້ອມກັນສະແດງຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງເມື່ອນຳໃຊ້ອາວຸດນິວເຄຼຍໃນການປະທະກັນຢູ່ ຢູແກຼນ, ພ້ອມທັງປຶກສາຫາລືກ່ຽວກັບບາງບັນຫາອື່ນໆຂອງພາກພື້ນ ແລະ ທົ່ວໂລກ, ລວມທັງຄວາມມານະພະຍາຍາມຮັກສາພາກພື້ນ ມະຫາສະໝຸດອິນເດຍ - ປາຊິກຟີກ ເສລີ ແລະ ເປີດກວ້າງ./.