ອາເມລິກາ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບການຮັກສາບັນດາກົດລະບຽບ ແລະ ຫຼັກການສາກົນ ເຊິ່ງລວມມີຢູ່ທະເລຕາເວັນອອກ

(VOVWORLD) - ທ່ານນາງ Kamala Harris ຊົມເຊີຍເລື່ອງທ່ານປະທານາທິບໍດີ Ferdinand Marcos ປະກາດສະຖານທີການທະຫານໃໝ່ 4 ແຫ່ງຕາມຂໍ້ຕົກລົງຮ່ວມມືດ້ານປ້ອງກັນປະເທດ ເພີ່ມທະວີ ອາເມລິກາ - ຟິລິບປິນ
ອາເມລິກາ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບການຮັກສາບັນດາກົດລະບຽບ ແລະ ຫຼັກການສາກົນ ເຊິ່ງລວມມີຢູ່ທະເລຕາເວັນອອກ - ảnh 1ທ່ານນາງ Kamala Harris, ຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Ferdinand Marcos, ປະທານາທິບໍດີ ຟີລິບປິນ
(ພາບ:AP)

ວັນທີ 2 ພຶດສະພາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ມີການພົບປະກັບທ່ານ Ferdinand Marcos, ປະທານາທິບໍດີ ຟີລິບປິນ, ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ.

        ທີ່ການພົບປະ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຢັ້ງຢືນຄືນໃໝ່ກຳລັງແຮງຂອງສອງປະເທດພັນທະມິດ ລະຫວ່າງ ອາເມລິກາ ແລະ ຟີລິບປິນ ແລະ ເນັ້ນໜັກຄວາມສຳຄັນຂອງການເປີດກ້ວາງການພົວພັນດ້ານຄວາມໝັ້ນຄົງ, ເສດຖະກິດ ແລະ ປະຊາຊົນ. ທ່ານນາງ Kamala Harris ຊົມເຊີຍເລື່ອງທ່ານປະທານາທິບໍດີ Ferdinand Marcos ປະກາດສະຖານທີການທະຫານໃໝ່ 4 ແຫ່ງຕາມຂໍ້ຕົກລົງຮ່ວມມືດ້ານປ້ອງກັນປະເທດ ເພີ່ມທະວີ ອາເມລິກາ - ຟິລິບປິນ ເພື່ອແນໃສ່ປັບປຸງຄວາມໝັ້ນຄົງຂອງ ຟີລິບປິນ. ທ່ານ ນາງຮອງປະທານາທິບໍດີ ອາເມລິກາ ກໍ່ໄດ້ຢ້ຳຄືນ ຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບການຮັກສາບັນດາກົດລະບຽບ ແລະ ຫຼັກການສາກົນ ເຊິ່ງລວມມີ ຢູ່ທະເລຕາເວັນອອກ, ກໍ່ຄືຄຳໝັ້ນສັນຍາຂອງ ອາເມລິກາ ໃນການປົກປັກຮັກສາ ຟິລິບປິນ ຕາມມາດຕາທີ່ລະບຸໄວ້ໃນສົນທິສັນຍາປ້ອງກັນຮ່ວມລະຫວ່າງສອງປະເທດທີ່ໄດ້ລົງນາມໃນປີ 1951.

ຕອບກັບ

ຂ່າວ/ບົດ​ອື່ນ