ອາເມລິກາ ຢັ້ງຢືນ ບໍ່ເດີນຕາມສົງຄາມເຢັນ ກັບ ຈີນ

(VOVWORLD) -ວໍຊິງຕັນ ບໍ່ມຸ່ງໄປເຖິງສົງຄາມເຢັນ ຫຼື ນະໂຍບາຍຄວມຄຸມກັບຈີນ.

ວັນທີ 9 ພະຈິກ, ກ່າວຄໍາເຫັນທີ່ການປະຊຸມຂ່າວ ພາຍຫຼັງການເຈລະຈາກ່ຽວກັບຄວາມໝັ້້ນຄົງ ແລະ ການທູດລະຫວ່າງ ອາເມລິກາ - ຈີນ ຄັ້ງທີ 2 ທີ່ນະຄອນຫຼວງວໍຊິງຕັນ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ ຊີ້ແຈ້ງວ່າ ວໍຊິງຕັນ ບໍ່ມຸ່ງໄປເຖິງສົງຄາມເຢັນ ຫຼື ນະໂຍບາຍຄວມຄຸມກັບຈີນ. ແທນທີ່ນັ້ນ, ອາເມລິກາ ຢາກຮັບປະກັນໃຫ້ ຈີນ ກະທໍາຢ່າງມີຄວາມຮັບຜິດຊອບ ແລະ ຍຸຕິທໍາ ເພື່ອແນໃສ່ໜູນຊ່ວຍການປ້ອງກັນຄວາມສະຫງົບ ແລະ ຊຸກຍູ້ຄວາມວັດທະນາຖາວອນຂອງແຕ່ລະຝ່າຍ. ກ່ຽວຂ້ອງເຖິງບັນຫາ ທະເລຕາເວັນອອກ, ທ່ານ Mike Pompeo ໃຫ້ຮູ້ວ່າ ອາເມລິກາ ສືບຕໍ່ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການກະທໍາ ແລະ ເລື່ອງຫັນເປັນການເຄື່ອນໄຫວທາງທະຫານຂອງ ຈີນ ຢູ່ທະເລຕາເວັນອອກ. ອາເມລິກາ ຮຽກຮ້ອງໃຫ້ ຈີນ ປະຕິບັດບັນດາຄໍາໝັ້ນສັນຍາໃນເມື່ອກ່ອນຢູ່ບໍລິເວນດັ່ງກ່າວ. ກ່ຽວກັບບັນຫາ ສປປ.ເກົາຫຼີ, ທ່ານ Mike Pompeo ຮຽກຮ້ອງ ຈີນ ຮ່ວມມືປະຕິບັດບັນດາຄຳສັ່ງລົງໂທດ ເພື່ອແນໃສ່ຊ່ວຍບັນລຸການສ້າງແຫຼມເກົາຫຼີປອດນິວເຄຼຍ.

 ສ່່ວນທ່ານ ຢ໊າງເຈ໊ຍສື໊ ກໍາມະການກົມການເມືອງ, ຫົວໜ້າຫ້ອງການຄະນະກໍາມະການພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຈີນ, ໃຫ້ຮູ້ວ່າ ຈີນໃຫ້ຄໍາໝັ້ນສັນຍາ ຈະສົມທົບກັບ ອາເມລິກາ ດ້ວຍແບບວິທີປອດການສູ້ຢັນກັນ.  ຈີນ ຢັ້ງຢືນຄືນໃໝ່ ຫຼັກໝັ້ນປອດນິວເຄຼຍ ຢູ່ແຫຼມເກົາຫຼີ, ຮັບປະກັນສັນຕິພາບ ແລະ ຄວາມໝັ້້ນຄົງໃນບໍລິເວນດັ່ງກ່າວ, ກໍຄືມຸ່ງໄປເຖິງມາດຕະການເຈລະຈາ ແລະສົນທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ