ອາເມລິກາ ຢືນຢັນນະໂຍບາຍສ້າງຄວາມດູນດຽງຢູ່ອາຊີ - ປາຊີຟີກ ຄືນໃໝ່

ອາເມລິກາ ຢືນຢັນນະໂຍບາຍສ້າງຄວາມດູນດຽງຢູ່ອາຊີ - ປາຊີຟີກ ຄືນໃໝ່ - ảnh 1
(ທ່ານ​ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashtom Carter)
(vovworld) - ອາ​ເມ​ລິ​ກາ ຈະ​ບໍ່​ປະລະ​ນະ​ໂຍບາຍຫັນໄປ​ສູ່​ພາກພື້ນອາຊີ - ປາຊີ​ຟີ​ກ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashtom Carter ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​​ແຜນການ​ສ້າງຄວາມ
​ດູນດຽງຢູ່​ອາຊີ - ປາຊີ​ຟີ​ກ ຄືນ​ໃໝ່ ​ເຊິ່ງຫາ​ກໍ​ດຳ​ເນີນ​ໄປ​ຢູ່​ວໍ​ຊິງ​ເຕັນ, ປະ​ເທດ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ຢູ່​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ​ເມື່ອ​ວັນ​ທີ 09/04, ທ່ານຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashtom Carter ​​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ສ້າງ​ຄວາມດູ​ນດຽງຢູ່​ອາຊີ - ປາຊີ​ຟີ​ກ ຄືນ​ໃໝ່ ບໍ​ແນ​ໃສ່​ຄວບ​ຄຸ​ມບໍ່​ວ່າ​ປະ​ເທດ​ໃດ. ກ່ຽວ​ກັບ​ບັນດາ​ການ​ພິດ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ Ashtom Carter ຢືນຢັນ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ສະ​ໜັບສະ​ໜູນ​ຄວາມ​ເປັນ​ເອກະ​ພາບ​ໃນ​ອາ​ຊຽນຢ່າງ​ແຮງ ​ແລະ ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ການ​ສ້າງຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງ​ໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຈີ​ນຕ້ອງ​ເຂົ້າ​ຮ່ວມ​ວິວັດການ​ເຈລະຈາ​ກົດ​ລະບຽບ​ນີ້​ຢ່າງ​ຕັ້ງ​ໜ້າ. ຫລັກ​ໝັ້ນ​ທີ່​ຈະ​ແຈ້ງ ​ແລະ ບໍ່​ປ່ຽນ​​ແປງ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ຄັດ​ຄ້ານບັນດາ​ການ​ກະທຳ​ທີ່​ເກາະ​ຜິດ, ຈັດ​ວາງ ​ແລະ ນຳ​ໃຊ້​ອາວຸດ. ພວກ​ຂ້າພະ​ເຈົ້າ​ຮັກສາ​ທັດສະນະ​ເປັນ​ກາງ​ໃນ​ບັນດາ​ການ​ຖະ​ແຫຼ​ງອະທິປະ​ໄຕ ​ແລະ ປະຫວັດ​ຊາດ ​ແຕ່​ຈະສະໜັບສະໜູນບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ການ​ພິດ​ພາດ​ໂດຍ​ສັບ​ຕິ​, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ. ພວກ​ຂ້າພະ​ເຈົ້າ​ສະໜັບ​ສະ​ໜູນ​ການ​ສຳ​ພັດ​ຫລາຍ​ຝ່າຍ​ເພື່ອ​ແກ້​ໄຂ​ບັນດາ​ບັນ​ຫາ​ບົນ​ທະ​ເລ .”

ຂ່າວ/ບົດ​ອື່ນ