ອາ​ເມ​ລິ​ກາ ຢາກ​ກັບ​ຄືນ​ເຂົ້າ ສະ​ພາ​ສິດ​ທິ​ມະ​ນຸດ, ສ​ປ​ຊ

(VOVWORLD) -ໃນປະຕິກິລິຍາຫຼ້າສຸດ ໄດ້ສະແດງໃຫ້ເຫັນການໃຫ້ຄຳໝັ້ນສັນຍາສາກົນຄືນໃໝ່ຂອງອຳນາດການປົກຄອງ ທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Joe Biden.
ອາ​ເມ​ລິ​ກາ ຢາກ​ກັບ​ຄືນ​ເຂົ້າ ສະ​ພາ​ສິດ​ທິ​ມະ​ນຸດ, ສ​ປ​ຊ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ: AFP/TTXVN)

ວັນທີ 24 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken ໃຫ້ຮູ້ວ່າ ອາເມລິກາ ຈະຫາວິທີກັບຄືນເຂົ້າສະພາສິດທິມະນຸດ ສປຊ (UNHRC) ໃນທ້າຍປີນີ້, ໃນປະຕິກິລິຍາຫຼ້າສຸດ ໄດ້ສະແດງໃຫ້ເຫັນການໃຫ້ຄຳໝັ້ນສັນຍາສາກົນຄືນໃໝ່ຂອງອຳນາດການປົກຄອງ ທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Joe Biden.

        ກ່າວຄຳເຫັນກັບສະພາສິດທິມະນຸດຜ່ານທາງອອນລາຍ, ທ່ານ Antony Blinken ກ່າວວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເມື່ອແຈ້ງໃຫ້ຊາບວ່າ ອາເມລິກາ ຈະຫາວິທີເພື່ອໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກຂອງ ສະພາສິດທິມະນຸດ ອາຍຸການ 2020 – 2024. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫຼືອຂອງສະມາຊິກ ສປຊ ທັງໝົດ ໃນຄວາມມະນາພະຍາຍາມກັບຄືນເຂົ້າຮ່ວມອົງການນີ້.”

        ພາຍໃຕ້ສະໄໝ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ອາເມລິກາ ໄດ້ຖອນຕົວອອກຈາກ ສະພາສິດທິມະນຸດ ເມື່ອເດືອນມິຖຸນາ ປີ 2018, ແຕ່ ລັດຖະບານຂອງທ່ານປະທານາທິບໍດີ Joe Biden ໄດ້ເຂົ້າຮ່ວມອົງການດັ່ງກ່າວຄືນໃໝ່ໃນຕົ້ນເດືອນກຸມພານີ້ ດ້ວຍບົດບາດເປັນຜູ້ສັງເກດການ.

ຕອບກັບ

ຂ່າວ/ບົດ​ອື່ນ