ອາເມລິກາ ຢາກເພີ່ມທະວີການເຈລະຈາກັບຈີນ
ທ່ານປະທານປະເທດຈີນ ສື່ຈີນຜິງ
ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ
(ພາບ: AP)
(vovworld) - ຕອນບ່າຍວັນທີ 09/04, ທ່ານປະທານປະເທດຈີນ ສື່ຈີນຜິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Chuck Hagel, ທີ່ພວມຢ້ຽມຢາມຈີນ. ນະທີ່ນີ້, ທ່ານປະທານ ສື່ຈີນຜິງ ຖືວ່າ ຕໍ່ໜ້າສະພາບການສາກົນພວມສັບສົນຄືປະຈຸບັນ, ຂົງເຂດຮ່ວມມືລະຫວ່າງ 2 ປະເທດຈະກວ້າງກວ່າ, ໃນນັ້ນ, ການຮ່ວມມືດ້ານການທະຫານຈະສວມບົດບາດສຳຄັນທີ່ສຸດ, ການພົວພັນຮ່ວມມືດັ່ງກ່າວຈະພັດທະນາຕາມຂອບເຂດຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມສຸດຍອດຈີນ - ອາເມລິກາ ຢູ່ Sunnylands ເມື່ອເດືອນ 06/2013. 2 ຝ່າຍຈະຮ່ວມມືບົດຫຼັກການບໍ່ປະທະກັນ, ບໍ່ປະເຊີນໜ້າ, ເຄົາລົບເຊິ່ງກັນແລະກັນ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂຄວາມບໍ່ລົງລອຍກັນ ແລະ ບັນດາບັນຫາສະດຸງໄວຢ່າງມີປະສິດທິຜົນ.
ທ່ານ Chuck Hagel ໃຫ້ຮູ້ວ່າ, ຈຸດປະສົງຂອງການຢ້ຽມຢາມຈີນ ຄັ້ງນີ້ ແມ່ນ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານການທະຫານລະຫວ່າງ 2 ປະເທດ. ການພັດທະນາຂອງໂລກໃນສະຕະວັດທີ 21 ຈະສົ່ງຜົນສະທ້ອນເຖິງການພົວພັນຈີນ - ອາເມລິກາ. ອາເມລິກາ ປາດຖະໜາຢາກເພີ່ມທະວີການເຈລະຈາກັບຈີນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ເພີ່ມທະວີການຮ່ວມມືດ້ານການທະຫານກວ່າອີກ.