ອາເມລິກາ, ລັດເຊຍ ກະກຽມຈັດກອງປະຊຸມກ່ຽວກັບການຄວບຄຸມອາວຸດ

(VOVWORLD) -ຄະນະຜູ້ແທນຂອງລັດເຊຍ ແລະ ອາເມລິກາ ຈະພົບປະກັນຢູ່ວຽນ, ປະເທດໂອຕາລິດ ໃນລະຫວ່າງວັນທີ 28 - 30 ກໍລະກົດ ເພື່ອຈັດກອງປະຊຸມກ່ຽວກັບການຄວບຄຸມອາວຸດນິວເຄຼຍ.

ວັນທີ 24 ກໍລະກົດ, ກະຊວງການຕ່າງປະເທດອາເມລິກາ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໂດຍໃຫ້ຮູ້ວ່າ, ຄະນະຜູ້ແທນຂອງລັດເຊຍ ແລະ ອາເມລິກາ ຈະພົບປະກັນຢູ່ວຽນ, ປະເທດໂອຕາລິດ ໃນລະຫວ່າງວັນທີ 28 - 30 ກໍລະກົດ ເພື່ອຈັດກອງປະຊຸມກ່ຽວກັບການຄວບຄຸມອາວຸດນິວເຄຼຍ. ຄະນະຜູ້ແທນອາເມລິກາ ຈະລວມມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ພະລັງງານ ແລະ ສະພາປ້ອງກັບຄວາມສະຫງົບແຫ່ງຊາດ. ໃນເດືອນ ມີຖຸນາ, 2 ຝ່າຍກໍ່ໄດ້ດຳເນີນບັນດາກອງປະຊຸມທາບທາມຄວາມເຫັນກ່ຽວກັບການຄວບຄຸມອາວຸດ ແລະ ຮັບປະກັນຄວາມສະຖຽນລະພາບຍຸດທະສາດຢູ່ວຽນ ແຕ່ບໍ່ບັນລຸໄດ້ບ້າດກ້າວຄືບໜ້າ ໃນການຕໍ່ກຳນົດເວລາຂອງສົນທິສັນຍາວ່າດ້ວຍການຫຼຸດຜ່ອນອາວຸດຍຸດທະສາດໃໝ່ (START ໃໝ່), ສົນທິສັນຍານີ້ຈະໝົດກຳນົດເວລາໃນວັນທີ 05 ກຸມພາ 2021.

ຕອບກັບ

ຂ່າວ/ບົດ​ອື່ນ