ອາເມລິກາ, ລັດເຊຍ ປັບປຸງການພົວພັນ ແລະ ຮ່ວມມືຢູ່ ຊີຣີ

ອາເມລິກາ, ລັດເຊຍ ປັບປຸງການພົວພັນ ແລະ ຮ່ວມມືຢູ່ ຊີຣີ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump
(ພາບ: AFP/TTXVN)

(vovworld) – ​ ​ ​ໃນການ​ເຈລະຈາ​ທາງ​ໂທລະສັບທີ່​ແກ່ຍາວ​ເປັນ​ເວລາ 1 ຊົ່ວ​ໂມງ​ວັນ​ທີ 28/01, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສ້າງ​ການ​ພົວພັນ 2 ຝ່າຍ​ຄືນ​ໃໝ່ ກໍ່​ຄື​ການ​ຮ່ວມ​ມື​ຢູ່ ຊີຣີ. ຄຳ​ຖະ​ແຫຼ​ງຂອງ​ວັງ Krenlin ​​ໃຫ້​ຮູ້​ວ່າ: ​ໃນ​ການ​ເຈລະຈາ​ທາງ​ໂທລະ​ສັບ​ຄັ້ງ​ທຳ​ອິດ​ລະຫວ່າງ​ການ​ນຳ 2 ທ່ານ ນັບ​ແຕ່​ເມື່ອ​ທ່ານ Trump ຂຶ້ນ​ກຳ​ອຳນາດ​, “2 ຝ່າຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກຽມພ້ອມ​​ສົມທົບ​ກັນ​ເປັນ​ເຈົ້າ​ການ ​ເພື່ອ​ເຮັດ​ໃຫ້ການ​ພົວພັນ ລັດ​ເຊຍ - ອາ​ເມ​ລິ​ກາ ​ເປັນ​ປົກ​ກະຕິ ​ແລະ ພັດທະນາ”. ຄຳ​ຖະ​ແຫຼ​ງ​ໃຫ​້ຮູ້​ວ່າ: ທ່ານ​ປະທານາທິບໍດີ  Putin ​ໄດ້​ຢືນຢັນ​ຄວາມ​ສະໜັບສະໜູນຕໍ່​ການ​ສ້າງ​ປະສານ​ສົບ​ທົບ​ກັນ​ຢ່າງ​ແທດ​ຈິງ​ລະຫວ່າງ​ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ດັບ​ສູນ​ອົງການ​ກໍ່​ການ​ຮ້າຍລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ແລະ ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ​ຢູ່ ຊີຣີ. ວັງ Krenlin ບໍ່​ເຕື້ອງ​ເຖິງ​ບັນຫາ​ຍົກ​​ເລີກ​ຄຳ​ສັ່ງ​ລົງ​ໂທດ​ຂອງ ອາ​ເມລິ​ກາ ທີ່ເລັ່ງ​ໃສ່ ລັດ​ເຊຍ ​ເຊິ່ງກ່ຽວຂ້ອງ​ເຖິງ​ເລື່ອງ ມົດ​ສະ​ກູ ​ໂຮມ​ເຂົ້າ​ແຫຼມ Crimea ຂອງ ຢູ​ແກຼນ ຫາກພຽງ​ແຕ່​ໃຫ້​ຮູ້​ວ່າ ການ​ນຳ 2 ທ່ານ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຟື້ນ​ຟູ​ບັນດາ​ສາຍ​ພົວພັນດ້ານ​ການ​ຄ້າ ​ແລ​ະ ​ເສດຖະກິດ​ເທົ່າ​ນັ້ນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ