ອາ​ເມ​ລິ​ກາ, ສ.ເກົາຫຼີ ປຶກ​ສາ​ຫາ​ລື​ສະ​ພາບ​ການ​ຢູ່​ແຫຼມ​ເກົາຫຼີ

(VOVWORLD) -ທ່ານ Sung Kim ທູດພິເສດຂອງ ອາເມລິກາຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ ຈະໄປຢ້ຽມຢາມ ສ.ເກົາຫຼີໃນວັນທີ 18 ເມສາ ຫາ ວັນທີ 22 ເມສາ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີ.

ອາ​ເມ​ລິ​ກາ, ສ.ເກົາຫຼີ ປຶກ​ສາ​ຫາ​ລື​ສະ​ພາບ​ການ​ຢູ່​ແຫຼມ​ເກົາຫຼີ - ảnh 1ທ່ານ Sung Kim ທູດພິເສດຂອງ ອາເມລິກາຮັບຜິດຊອບກ່ຽວກັບ ສປປ.ເກົາຫຼີ 
(ພາບ: AFP/TTXVN)

ຕາມຂໍ້ມູນຂ່າວຈາກກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ທ່ານ ເອກອັກຄະລັດຖະທູດ Sung Kim ຈະພົບປະກັບທ່ານ Noh Kyu-duk ທູດພິເສດຮັບຜິດຊອບກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ແຫຼມເກົາຫຼີ ຂອງ ສ.ເກົາຫຼີ ແລະ ເຈົ້າໜ້າທີ່ບາງທ່ານ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີ. ເນື້ອໃນການປຶກສາຫາລືລວມມີ ປະຕິກິລິຍາຂອງ ປະຊາຄົມສາກົນ ຕໍ່ເຫດຍິງລູກສອນໄຟນຳວິຖີ ລະຫວ່າງທະວີບ ຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ. ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານ ເອກອັກຄະລັດຖະທູດ Sung Kim ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ແລະ ສ.ເກົາຫຼີ ໃນການເພີ່ມທະວີການສົມທົບໃນບັນຫາທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ ແນໃສ່ ຊຸກຍູ້ການປອດນິວເຄຼຍຢ່າງສິ້ນເຊີງ ແລະ ບັນລຸໄດ້ສັນຕິພາບຖາວອນຢູ່ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ