(ພາບປະກອບ)
(vovworld) - ກອງທັບ 2 ປະເທດອາເມລິກາ ແລະ ສ.ເກົາຫຼີ ຖະແຫຼງວ່າ ຫາກໍລົງນາມໃນແຜນການເຄື່ອນໄຫວລວມ, ເພື່ອໃຫ້ 2 ຝ່າຍສົມທົບກັນໂຕ້ຕອບ “ຢ່າງສຽບຂາດ ແລະ ທັນທີ” ສຳລັບບັນດາການເກາະຜິດຂອງ ສປປ.ເກົາຫຼີ ໃນອະນາຄົດ. ວົງການເຈົ້າໜ້າທີ່ປ້ອງກັນຊາດສ.ເກົາຫຼີ ໃຫ້ຮູ້ວ່າ ຕາມແຜນການໃໝ່ແລ້ວ, ກອງທັບສ.ເກົາຫຼີ ຮັບຜິດຊອບບົດບາດເປັນເຈົ້າການໃນໄລຍະຕົ້ນເມື່ອເກີດເລື່ອງໂດຍບັງເອີນໃນແຫຼມເກົາຫຼີ. ຖ້າຫາກສະພາບການປິນຂັ້ນໄດ, ກອງທັບອາເມລິກາ ຈະໜູນຊ່ວຍທັງພາຍໃນກໍຄືພາຍນອກຂອງສ.ເກົາຫຼີ, ເຊິ່ງລວມທັງກຳລັງອາເມລິກາ ທີ່ພວມຕັ້ງທັບຢູ່ຍີ່ປຸ່ນ ແລະ ບັນດາສະຖານທີ່ອື່ນໆໃນພາກພື້ນ ໂດຍພາຍໃຕ້ການບັນຊາການຂອງກອງບັນຊາການກຳລັງປາຊີຝິກ ຂອງອາເມລິກາ.