ອາເມລິກາ, ອັງກິດ ເປີດບັ້ນບຸກໂຈມຕີຄັ້ງໃໝ່ເລັ່ງໃສ່ກຳລັງ Houthi

(VOVWORLD) - ນີ້ແມ່ນການກະທຳຫຼ້າສຸດເພື່ອຕ້ານຄືນກຳລັງນີ້ຂອງ ອາເມລິກາ ແລະ ອັງກິດ ຍ້ອນເປົ້າໝາຍຂອງ Houthi ແມ່ນການເຄື່ອນໄຫວຂົນສົ່ງສິນຄ້າທີ່ກ່ຽວຂ້ອງເຖິງ ອິດສະຣາແອັນ ຢູ່ທະເລແດງ.

        ວັນທີ 22 ມັງກອນ, ບັນດາເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ, ບັນດາກຳລັງຂອງ ອາເມລິກາ ແລະ ອັງກິດ ໄດ້ປະຕິບັດບັ້ນບຸກໂຈມຕີຄັ້ງໃໝ່ ເລັ່ງໃສ່ບັນດາຮາກຖານຂອງ Houthi ຢູ່ ເຢແມນ. ນີ້ແມ່ນການກະທຳຫຼ້າສຸດເພື່ອຕ້ານຄືນກຳລັງນີ້ຂອງ ອາເມລິກາ ແລະ ອັງກິດ ຍ້ອນເປົ້າໝາຍຂອງ Houthi ແມ່ນການເຄື່ອນໄຫວຂົນສົ່ງສິນຄ້າທີ່ກ່ຽວຂ້ອງເຖິງ ອິດສະຣາແອັນ ຢູ່ທະເລແດງ. ບັນດາເຈົ້າໜ້າທີ່ ອາເມລິກາ ບໍ່ເຜີຍໃຫ້ຮູ້ມີຈັກເປົ້າໝາຍຖືກບຸກໂຈມຕີ. ກ່ອນໜ້ານີ້, ກຳລັງ ອາເມລິກາ ແລະ ອັງກິດ ໄດ້ບຸກໂຈມຕີໃສ່ບັນດາຮາກຖານລູກສອນໄຟ ແລະ ຣາດາ ຂອງ Houthi ເປັນຕົ້ນ.

        ແລະກໍ່ໃນວັນດຽວກັນ, ສະຫະພາບເອີລົບ (ອີຢູ) ໄດ້ເປັນເອກະພາບວ່າ ຈະສ້າງຕັ້ງຄະນະປະຕິບັດງານປົກປັກຮັກສາທະເລແດງ ເພື່ອຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນທະເລຂອງບັນດາກຳປັ່ນການຄ້າຂອງ ເອີລົບ ແລະ ສາກົນທີ່ໄປຜ່ານເຂດທະເລແດງ. ຄະນະປະຕິບັດງານປົກປັກຮັກສາທະເລແດງຂອງ ເອີລົບ ຈະເຄື່ອນໄຫວເປັນເອກະລາດ ແລະ ບໍ່ເຂົ້າຮ່ວມສຳພັນທະມິດທະເລແດງ ໂດຍ ອາເມລິກາ ນຳໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ