(VOVWORLD) -ທ່ານ Anatoly Antonov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ວໍຊິງຕັນ ໃຫ້ຮູ້ວ່າ ອາເມລິກາ ໄດ້ສົ່ງໃຫ້ສະຖານທູດ ລັດເຊຍ ບັນຊີລາຍຊື່ນັກການທູດລັດເຊຍ 24 ທ່ານ ທີ່ຕ້ອງອອກຈາກປະເທດນີ້ ກ່ອນວັນທີ 3 ກັນຍາ ຍ້ອນວີຊາໝົດອາຍຸ.
ສະຖານທູດ ລັດເຊຍ ປະຈຳ ອາເມລິກາ (ພາບ: shutterstock) |
ໃນການຕອບສຳພາດກັບນັກຂ່າວວາລະສານ National Interest, ທ່ານ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ບັນດານັກການທູດເກືອບທັງໝົດ ຈະອອກຈາກປະເທດນີ້ ໂດຍບໍ່ມີຜູ້ມາແທນ, ຍ້ອນວ່າ ວໍຊິງຕັນ ໄດ້ຮັດແໜ້ນລະບຽບການອອກວີຊາແບບກະທັນຫັນ. ບັນດາອົງການການທູດ ຂອງ ລັດເຊຍ ປະຈຳ ອາເມລິກາ ພວມເຄື່ອນໄຫວໃນບັນດາເງື່ອນໄຂຂອງບັນດາຂໍ້ຈຳກັດທີ່ບໍ່ເຄີຍມີມາກ່ອນ.
ກ່ອນໜ້ານັ້ນ, ໃນວັນທີ 30 ກໍລະກົດ, ຝ່າຍ ອາເມລິກາ ຕ້ອງໃຫ້ພະນັກງານຊາວປະຈຳຖິ່ນ 200 ຄົນ ທີ່ພວມເຮັດວຽກຢູ່ສະຖານທູດ ແລະ ບັນດາສະຖານກົງສູນຂອງປະເທດນີ້ ປະຈຳ ລັດເຊຍ ເຊົ່າວຽກ, ຍ້ອນວ່າ ມົດສະກຸ ຮຽກຮ້ອງໃຫ້ ວໍຊິງຕັນ ສິ້ນສຸດສັນຍາ ກັບບັນດາພະນັກງານທີ່ບໍ່ແມ່ນຊາວ ອາເມລິກາ, ກ່ອນວັນທີ 1 ສິງຫາ. ນີ້ແມ່ນມາດຕະການທີ່ ລັດເຊຍ ໂຕ້ຕອບ ເລື່ອງ ອາເມລິກາ ເນລະເທດ ບັນດານັກການທູດ ລັດເຊຍ, ພາຍຫຼັງ ສອງປະເທດປິດບັນດາອົງການຜູ້ຕາງໜ້າຂອງກັນ.