(ພາບປະກອບຈາກ EPA/TTXVN)
|
(vovworld) – ວັນທີ 31/3, ກະຊວງການເງິນ ອາເມລິກາ ໄດ້ແຈ້ງໃຫ້ຊາບການປະກາດໃຊ້ຄຳສັ່ງລົງໂທດສຳລັບ 11 ບຸກຄົນ ແລະ ບໍລິສັດ ສປປ ເກົາຫຼີ ແຫ່ງໜຶ່ງ ດ້ວຍຄຳກ່າວຫາມີການພົວພັນເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ພຽງຢາງ. ຄຳສັ່ງລົງໂທດເພິ່ມເຕີມ ແນໃສ່ບັນດາພົນລະເມືອງ ສປປ ເກົາຫຼີ ເຮັດວຽກຢູ່ຕ່າງປະເທດ ທີ່ຖືກລະແວງສົງໄສໜູນຊ່ວຍບັນດາອົງກອນນອນໃນບັນຊີລາຍຊື່ຖືກ ອາເມລິກາ ຫຼື ສປຊ ລົງໂທດ, ກ່ຽວຂ້ອງເຖິງໂຄງການພັດທະນາອາວຸດລ້າງຜານ (WMD) ຂອງພຽງຢາງ. ຄຳສັ່ງລົງໂທດໃໝ່ເພື່ອແນໃສ່ໂຕ້ຕອບໂຄງການພັດທະນາ WMD ກໍ່ຄືເລື່ອງ ສປປ ເກົາຫຼີ ໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ຢ່າງຕໍ່ເນື່ອງ. ອົງກອນທີ່ຖືກລົງໂທດໃນຄັ້ງນີ້ແມ່ນກຸ່ມບໍລິສັດການຄ້າ Paeksol ມີສຳນັກງານຕັ້ງຢູ່ ສປປ ເກົາຫຼີ. ໃນຂະນະນັ້ນ, ມີ 11 ບຸກຄົນຖືກລົງໂທດ ແມ່ນບັນດາບຸກຄົນເຮັດວຽກໃຫ້ບັນດາວິສາຫະກິດ ຫຼື ທະນາຄານ ຂອງ ສປປ ເກົາຫຼີ ຢູ່ ຕ່າງປະເທດ.