(VOVWORLD) - ວັນທີ 27 ມັງກອນ, ສຳນັກຂ່າວສານ Reuters ໄດ້ຄັດແຫຼ່ງຂ່າວຈາກເຈົ້າໜ້າທີ່ການທູດ ກາຕາ ໃຫ້ຮູ້ວ່າ:
ບັນດາມືປືນ ຕາລີບານ ພາບ: AFP/TTXVN |
ຮອບເຈລະຈາສັນຕິພາບຕໍ່ໄປລະຫວ່າງ ອາເມລິກາ ແລະ ກຳລັງ ຕາລີບານ ຢູ່ ອາບການິດສະຖານ ຄາດວ່າຈະດຳເນີນໃນວັນທີ 25 ກຸມພາ ຈະມາເຖິງ, ພາຍຫລັງບັນດາຝ່າຍບັນລຸໄດ້ຮ່າງສົນທິສັນຍາສະບັບໜຶ່ງເຊິ່ງ ອາດຈະຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາ 17 ປີຜ່ານມາຢູ່ ອາບການິດສະຖານ.
ຮ່າງຂໍ້ຕົກລົງ 2 ຝ່າຍໄດ້ຮັບການເຫັນດີເປັນເອກະພາບ ພາຍຫລັງດຳເນີນການເຈລະຈາມາເປັນເວລາ 6 ວັນໃນອາທິດກ່ອນ, ຕາມນັ້ນແລ້ວ ບັນດາພົນທະຫານ ອາເມລິກາ ຈະຖອນກຳລັງອອກຈາກ ອາບການິດສະຖານ ພາຍໃນເວລາ 18 ເດືອນ ນັບແຕ່ເມື່ອຂໍ້ຕົກລົງໄດ້ລົງນາມ, ຜ່ານນັ້ນ, ອາດຈະຢຸດຕິການປະທະກັນຢູ່ ອາບການິດສະຖານ.