(vovworld) - ວັນທີ 28/8, ພັນເອກ Omar Tonsay, ໂຄສົກຂອງກອງທັບເຮືອຟິລິບປີນ ໃຫ້ຮູ້ວ່າ, ອາເມລິກາ ແລະ 5 ປະເທດອື່ນທີ່ຂຶ້ນກັບອາຊຽນ ເຊິ່ງລວມມີ ບຣຸໄລ, ອີນໂດເນເຊຍ, ມາເລເຊຍ, ໄທ ແລະ ຟິລິບປີນ ໄດ້ເລີ່ມຕົ້ນການຊ້ອມຮົບຕ້ານກໍ່ການຮ້າຍ ທີ່ແກ່ຍາວໃນເວລາ 5 ວັນຢູ່ຊ່ອງແຄບ Malacca, ທະເລ Sulu ແລະ ອ່າວ Subic. ບັນດາປະເທດເຂົ້າຮ່ວມການຊ້ອມຮົບ ຮ່ວມມືອາຊີຕາເວັນອອກສຽງໃຕ້ ໄດ້ສຸມໃສ່ເຂົ້າໃນການເຄື່ອນໄຫວສົມທົບກັນຕ້ານກໍ່ການຮ້າຍລະຫວ່າງບັນດາກົມກອງຂອງກອງທັບເຮືອ, ກອງທັບອາກາດ ແລະ ກຳລັງພິເສດ. ອາເມລິການ ຈະຜັນຂະຫຍາຍກໍ່າປັ່ນຄຸ້ນກັນ USS Safeguard, ໃນຂະນະທີ່ກອງທັບເຮືອຟິລິບປີນ ຜັນຂະຫຍາຍພາລະກອນ 200 ຄົນ, ກໍ່າປັ່ນສູ້ຮົບ 4 ລຳ ແລະ ເຮືອບິນ 1 ລຳ. ສິງກະໂປ ຈະຮັບຜິດຊອບບົດບາດເປັນສູນບັນຊາ ແລະ ຄວບຄຸມການຊ້ອມຮົບດັ່ງກ່າວ.