ອາເມລິຫາ ປາດຖະໜາ ຢາກຊຸກຍູ້ການຮ່ວມມື ຮອບດ້ານກັບ ຫວຽດນາມ

ອາເມລິຫາ ປາດຖະໜາ ຢາກຊຸກຍູ້ການຮ່ວມມື ຮອບດ້ານກັບ ຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ
ຢ້ຽມຢາມແລະ ເຮັດວຽກຢູ່ ອາ​ເມລິ​ກາ)


(vovworld) - ​ໃນ​ການ​ຢ້ຽມຢາມອາ​ເມລິ​ກາ ​ແຕ່​ວັນ​ທີ 21 – 23 ສິງຫາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ມີ​ບັນດາ​ການ​ພົບ​ປະກັບ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ Eric Holder, ທ່ານ​ລັດຖະມົນຕີ​ກະຊວງ​ສາທາລະນສຸກ Kathleen Sebelius. ທີ່​ບັນດາ​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ​ໄດ້​ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ​ລັດຖະບານ​ອາ​ເມ​ລິ​ຫາ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງທີ່​ມີ​ຕໍ່ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ, ມະນຸດສະທຳ, ການ​ສຶກສາ, ບຳລຸງ​ສ້າງ… ການໜູນ​ຊ່ວຍ​​ດັ່ງກ່າວ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການພັ​ດທະ​ນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ອາ​ເມ​ລິ​ກາ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ປະ​ເທດ​ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ​ກຍິ່ງວ່າ​ອີກ. ຝ່າຍ​ອາ​ເມ​ລິ​ກາ ​ໄດ້​ຕີລາຄາ​ສູງ​ບັນດາ​ຜົນ​ງານ​ຊຶ່ງ​ຫວຽດນາມ ບັນລຸ​ໄດ້ ​ໃນ​ການ​ກໍ່ສ້າງ, ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ, ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ປ້ອງ​ກັນ, ຕ້ານ HIV/AIDS ​ແລ​ະ ພະຍາດ​ອື່ນໆ, ຢືນຢັນຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ ​ແລະ ​ແບ່ງປັນ​ບົດຮຽນກັບ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ປະຕິ​ຮູບ​ດ້ານ​ຕຸ​ລາ​ການ, ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ, HIV/AIDS ​ແລະ ຕ້ານ​ໄພ​ກໍ່​ການ​ຮ້າຍ.
ຂ່າວ/ບົດ​ອື່ນ