ອາແຊັກໄບຢານ ພ້ອມແລ້ວທີ່ຈະເຈລະຈາສົນທິສັນຍາສັນຕິພາບຮອບດ້ານ ກັບ ອາກເມເນຍ
(VOVWORLD) -ອາເຊັກໄບຢານ ພ້ອມແລ້ວທີ່ຈະດຳເນີນການເຈລະຈາໄກເກ່ຍກັບ ອາກເມເນຍ, ພາຍຫຼັງທີ່ Yerevan ຮຽກຮ້ອງໃຫ້ Baku ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຮອບດ້ານໃນສະພາບທີ່ເກີດຄວາມເຄັ່ງຕຶງໃໝ່ຢູ່ເຂດ Nagorny – Karabakh.
ເຂດ Nagorno-Karabakh ໃນວັນທີ 25/10/2020 (ພາບ: AFP/TTXVN) |
ວັນທີ 29 ມີນາ, ກະຊວງການຕ່າງປະເທດ ອາເຊັກໄບຢານ ຖະແຫຼງວ່າພ້ອມແລ້ວທີ່ຈະດຳເນີນການເຈລະຈາໄກເກ່ຍກັບ ອາກເມເນຍ, ພາຍຫຼັງທີ່ Yerevan ຮຽກຮ້ອງໃຫ້ Baku ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຮອບດ້ານໃນສະພາບທີ່ເກີດຄວາມເຄັ່ງຕຶງໃໝ່ຢູ່ເຂດ Nagorny – Karabakh.
ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ ວັນທີ 28 ມີນາ, ສະພາຄວາມໝັ້ນຄົງແຫ່ງຊາດ ອາກເມເນຍ ກ່າວຫາ ອາເຊັກໄບຢານວ່າ “ກະກຽມຮາກຖານແກ່ການກະທຳເກາະຜິດຮອບໃໝ່ ແລະ ການບຸກໂຈມຕີເຂົ້າເຂດ Nagorny – Karabakh”, ສະເໜີ Baku “ເລີ່ມດຳເນີນການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຮອບດ້ານໃນທັນທີ”. ອາກເມເນຍ ກໍຮຽກຮ້ອງໃຫ້ສືບສວນການກະທຳຕ່າງໆຂອງກຳລັງຮັກສາສັນຕິພາບ ລັດເຊຍ ໃນເຫດ “ລ່ວງລ້ຳ” ໂດຍ ອາເຊັກໄບຢານ ປະຕິບັດ, ພ້ອມທັງຮຽກຮ້ອງໃຫ້ກຳລັງ ລັດເຊຍ ຜັນຂະຫຍາຍ “ບັນດາມາດຕະການລະອຽດ” ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ.