ອຳນາດການປົກຄອງຊີຣີ ປະຕິເສດຂ່າວຂະບວນລົດອາລັກຂາປະທານາທິບໍດີ Assad ຖືກບຸກໂຈມຕີ
ປະທານາທິບໍດີ Bashar al- Assad ໃນພິທີສວດມົນພາວະນາ
(ພາບ: AP)
|
Vovworld- ວັນທີ 8/8, ອຳນາການປົກຄອງ ຊີຣີ ໄດ້ປະຕິເສດຂໍ້ມູນຂ່າວໂດຍຝ່າຍຄ້ານ ແລະ ບາງສຳນັກຂ່າວສານໄດ້ຍົກອອກກ່ຽວກັບກໍລະນີບຸກໂຈມຕີທີ່ແນໃສ່ຂະບວນລົດອາລັກຂາປະທານາທິບໍດີ Bashar al- Assad ຂະນະທີ່ທ່ານພວມນຳໜ້າຄະນະຜູ້ແທນເຂົ້າຮ່ວມພິທີສວດມົນພາວະນາຢູ່ໂບດແຫ່ງໜຶ່ງໃນນະຄອນ ຫຼວງ Damacus ເນື່ອງໃນໂອກາດງານບຸນ Eid al – Fir ຂອງຊາວມຸດສະລິມ. ກ່າວຄຳເຫັນທາງໂທລະພາບແຫ່ງລັດ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ຊີຣີ Omran al- Zohbi ຢືນຢັນວ່າ “ ບັນດາຂໍ້ມູນຂ່າວດັ່ງກ່າວແມ່ນຜິດພາດຢ່າງສິ້ນເຊິ່ງ, ປະທານາທິບໍດີໄດ້ຂັບລົດເອງໄປຮ່ວມ ພິທີສວດມົນພາວະນາ... ທຸກສິ່ງທຸກຢ່າງລ້ວນແຕ່ເປັນປົກກະຕິ ” . ບັນດາຮູບພາບທີ່ແຜ່ພາບທາງໂທລະພາບແຫ່ງລັດຊີຣີ ກໍສະແດງໃຫ້ເຫັນວ່າ ປະທານາທິບໍດີ Bashar al- Assad ຍັງຄົງເປັນປົກກະຕິ ແລະ ພວມພາວະນາຢູ່ໂບດ Anas Bin Malek ທີ່ເມືອງ Malki .