(VOVWORLD) - ຝ່າຍ ອາເມລິກາ ໃຫ້ຮູ້ວ່າ 2 ຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງທັດສະນະກ່ຽວກັບບັນດາບັນຫາດິນຟ້າອາກາດ, ຈຳກັດການນຳໃຊ້ຖ່ານຫີນ
(ພາບປະກອບ: Fox News)
|
ທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບດິນຟ້າອາກາດ ພວມມີການຢ້ຽມຢາມ ຈີນ ແຕ່ວັນທີ 16 – 19 ກໍລະກົດ. ວົງການເຈົ້າໜ້າທີ່ ອາເມລິກາ ຫວັງວ່າ ການຢ້ຽມຢາມຄັ້ງນີ້ອາດສາມາດສ້າງບາດລ້ຽວໃໝ່, ຫຼຸດຜ່ອນຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ - ຈີນ, ເຊິ່ງເຄີຍຕົກຢູ່ລະດັບຕ່ຳສຸດໃນຫຼາຍທົດສະວັດຜ່ານມາ.
ທີ່ການພົບປະກັບຄູ່ຕຳແໜ່ງ, ທູດພິເສດກ່ຽວກັບດິນຟ້າອາກາດ ຈີນ ເຈຍເຈິນຄວາ ໃນວັນທີ 17 ກໍລະກົດ, ຝ່າຍ ອາເມລິກາ ໃຫ້ຮູ້ວ່າ 2 ຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງທັດສະນະກ່ຽວກັບບັນດາບັນຫາດິນຟ້າອາກາດ, ຈຳກັດການນຳໃຊ້ຖ່ານຫີນ ກໍຄືການໜູນຊ່ວຍບັນດາປະເທດທຸກຍາກຕ້ານການປ່ຽນແປງຂອງດິນຟ້າອາກາດ.
ຄາດວ່າ, ໃນໄລຍະຈະມາເຖິງ, ຈະມີເຈົ້າໜ້າທີ່ຂັ້ນລັດຖະມົນຕີຈຳນວນໜຶ່ງ ຈະໄປຢ້ຽມຢາມ ຈີນ ດ້ວຍຄວາມຫວັງສ້າງບາດລ້ຽວ, ສະກັດກັ້ນທ່າຫຼຸດລົງໃນການພົວພັນ 2 ຝ່າຍ.