ອຳນາດການປົກຄອງAnkaraຖະແຫຼງຢຸດຕິຊົ່ວຄາວການເຂົ້າຮ່ວມສົນທິສັນຍາເອີລົບກ່ຽວກັບສິດທິມະນຸດ
(vovworld) – ຕວກກີ ຈະປະຕິບັດຕາມແບບຢ່າງຂອງ ຝຣັ່ງ ແມ່ນຢຸດຕິການເຂົ້າຮ່ວມສົນທິສັນຍາ ເອີລົບ ກ່ຽວກັບສິດທິມະນຸດຊົ່ວຄາວພາຍຫຼັງທີ່ປະເທດນີ້ປະກາດສະພາວະສຸກເສີນພາຍຫຼັງທີ່ການກໍ່ລັດຖະປະຫານຖືກປະລາໄຊຫວ່າງມໍ່ໆມານີ້. ນີ້ແມ່ນຄຳຖະແຫຼງຂອງທ່ານຮອງນາຍົກລັດຖະມົນຕີ Numan Kurtulmus ເມື່ອວັນທີ 21/7 ໃນຊ່ອງໂທລະພາບ NTV. ທ່ານ Kurtulmus ກໍ່ໃຫ້ຮູ້ວ່າ ສະພາວະສຸກເສີນໄດ້ປະກາດຢູ່ ຕວກກີ ທີ່ແກ່ຍາວເປັນເວລາ 3 ເດືອນນັ້ນ, ແຕ່ອາດຈະສິ້ນສຸດວົງພາຍຫຼັງ 45 ວັນ. ກ່ອນໜ້ານັ້ນ, ທ່ານ Bekir Bozdag, ລັດຖະມົນຕີກະຊວງຍຸຕິທຳ ຕວກກີ ໃຫ້ຮູ້ວ່າ ສະພາວະສຸກເສີນເຊິ່ງເຈົ້າໜ້າທີ່ປະເທດນີ້ປະກາດແມ່ນເພື່ອແນໃສ່ຫຼີກລ້ຽງໄພເກີດການກໍ່ລັດຖະປະຫານຄັ້ງທີ 2.