ອຽນບ້າຍຈັດ ງານບຸນໝາກສົ້ມໂອ ດ້າຍມິນ ແລະ ຄົ້ນຫາ ທິວທັດທຳມະຊາດລະດັບຊາດ - ໜອງທາກບາ

(VOVWORLD) -ຕອນຄ່ຳວັນທີ 2 ພະຈິກ ຢູ່ ເມືອງອຽນບີງ ,ແຂວງ ອຽນບ້າຍ ໄດ້ຈັດງານບຸນໝາກສົ້ມໂອ ດ້າຍມິນ ແລະ ຄົ້ນຫາ ທິວທັດທຳມະຊາດລະດັບຊາດ - ໜອງທາກບາປີ 2019 ດ້ວຍບັນດາເນື້ອໃນທີ່ເປັນເອກະລັກ
  ອຽນບ້າຍຈັດ ງານບຸນໝາກສົ້ມໂອ ດ້າຍມິນ ແລະ ຄົ້ນຫາ ທິວທັດທຳມະຊາດລະດັບຊາດ - ໜອງທາກບາ - ảnh 1 ານບຸນໝາກສົ້ມໂອ ດ້າຍມິນ 

ລາຍການສະແດງສິລະປະ ດ້ວຍຫົວຂໍ້ “ ສິ່ງຍອດຍິ່ງຈາກກົກເຄົ້າເຫງົາກໍ” ໄດ້ວາດພາບເຖິງພາບພົດເຂດດິນແດນ ແລະ ປະຊາຊານຢູ່ເມືອງອຽນບີງ ດ້ວຍສີສັນຫຼາກຫຼາຍ.      ທ່ານຫງວຽນວັນຈ້ອງ ປະທານຄະນະກຳມະການປະຊາຊົນ ເມືອງອຽນບີງ ໃຫ້ຮູ້ວ່າ :

   “ງານບຸນໝາກສົ້ມໂອ ດ້າຍມິນ ແລະ ຄົ້ນຫາ ທິວທັດທຳມະຊາດລະດັບຊາດ - ໜອງທາກບາ ແມ່ນເພື່ອແນໃສ່ເຊີດຊູ ແລະ ແນະນຳຄວາມງາມທຳມະຊາດ , ປະຊາຊົນ ແລະ ບັນດາຈຸດວັດທະນະທຳທີ່ເປັນເອກະລັກຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ບັນດາຜະລິດຕະພັນກະສີກຳພິເສດຂອງທ້ອງຖິ່ນໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງຮຽກຮ້ອງໃຫ້ທຸກຄົນຈົ່ງຮັກສາສິ່ງແວດລ້ອມ, ຮັກສາປູຊະນີຍະສະຖານປະຫວັດສາດ ວັດທະນະທຳ. ຂຸດຄົນ ແລະ ໂຄສະນາກ່ຽວກັບບັນດາລາຍການທ່່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢູ່ ເມືອງອຽນບີງ ນັບມື້ນັບຫຼາຍຂຶ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ