ຮັກສາສາຍພົວພັນມິດ ຕະພາບ,ການຮ່ວມມືຮອບ ດ້ານຫວຽດນາມ-ລາວ ໃຫ້ໝັ້ນຄົງ
ການເຈລະຈາຂັ້ນສູງຫວຽດນາມ-ລາວ
(ພາບ: vov)
(vovworld) –ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ພັນລະຍາ, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປຊຊ ປະຕິວັດລາວ, ປະທານປະເທດ ສປປ.ລາວ ຈູມມາລີ ໄຊຍະສອນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລາວ ໄດ້ມາຢ້ຽມຢາມຫວຽດນາມ ແຕ່ວັນທີ 18-21/8. ການຢ້ຽມຢາມຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ຈູມມາລີ ໄຊຍະສອນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລາວ ແມ່ນເຫດການສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງມີຊີວິດຊີວາ.
ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ມີການພົບປະກັບທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ທ່ານປະທານປະເທດເຈື່ອງເຕີນຊາງ, ຢ້ຽມຢາມນະຄອນໂຮ່ຈິມິນ ແລະ ແຂວງເລິມດົ່ງ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບຂອງແຕ່ລະພັກ, ແຕ່ລະປະເທດ; ແບ່ງປັນຕີລາຄາກ່ຽວກັບສະພາບການໂລກ ແລະ ພາກພື້ນ.
ທ່ານເລຂາທິການໃຫ່ຍ, ປະທານປະເທດ ຈູມມາລີ ໄຊຍະສອນ ຢືນຢັນວ່າ: ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດທີ່ຕ້ອງຮັກສາ. ພັກ, ລັດ ແລະ ປຊຊ ລາວຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ. ສ່ວນ ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ທ່ານປະທານປະເທດເຈື່ອງເຕີນຊາງ ຢືນຢັນວ່າ: ບໍ່ວ່າໃນສະພາບການໃດ, ຫວຽດນາມ ກໍ່ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບລາວ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ເພື່ອການພັດທະນາຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ./.