ທ່ານ ຫງວຽນທ້ຽນເຍີນເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ
(ພາບ: ດ້າຍດ່ວານເກດ)
(vovworld) – ໂດຍສືບຕໍ່ການຢ້ຽມຢາມສັນຕະວະໄມຕີ ສ. ເກົາຫຼີ, ວັນທີ 18/8, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າຢ້ຽມຂຳ່ນັບທ່ານນາຍົກລັດຖະມົນຕີ ສ. ເກົາຫຼີ, ຢ້ຽມຢາມນິຄົມກະເສດເຕັກໂນໂລຢີສູງ ແລະ ຮັບຟັງການແນະນຳກ່ຽວກັບເຕັກໂນໂລຢີນະຄອນສະຫຼາດຂອງ Korea Telecom.
ກ່ອນໜ້ານັ້ນ, ວັນທີ 17/8, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ Chung Sye – kyun. ນະທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ແນະນຳບາງຈຸດກ່ຽວກັບຜົນງານພື້ນຖານເຊິ່ງ ຫວຽດນາມ ບັນລຸໄດ້ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່, ພ້ອມທັງສະເໜີຝ່າຍ ສ. ເກົາຫຼີ ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ກ່ຽວກັບພື້ນຖານໂຄງລ່າງ, ການບຳລຸງສ້າງຊັບພະຍາກອນມະນຸດກ່ຽວກັບຄວາມປອດໄພທາງເຄືອຂ່າຍອີນເຕີເນັດ. ພ້ອມກັນນັ້ນ, ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ອອກແຮງງານ ຢູ່ ສ. ເກົາຫຼີ ກ່ວາ 130.000 ຄົນກາຍເປັນຂົວເຊື່ອມຕໍ່ວັດທະນະທຳລະຫວ່າງ 2 ຊາດ. ສ່ວນທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ Chung Sye – kyun ກໍ່ຂອບອົກຂອບໃຈພັກ ແລະ ລັດ ຫວຽດນາມ ໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ສ. ເກົາຫຼີ ທຳມາຫາກິນ ແລະ ພັດທະນາຢູ່ ຫວຽດນາມ. ທ່ານ Chung Sye – kyun ຢັ້ງຢືນວ່າເລື່ອງ ສ. ເກົາຫຼີ ກາຍເປັນນັກລົງທຶນອັນດັບໜຶ່ງຢູ່ ຫວຽດນາມ ໃນປີ 2015 ນັ້ນແມ່ນການສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຕອບສະໜອງທຸກຄວາມຮຽກຮ້ອງຂອງບັນດານັກລົງທຶນ ສ. ເກົາຫຼີ ເປັນຢ່າງດີ.
ແລະກໍ່ໃນວັນທີ 17/8, ທ່ານ ຫງວຽນທ້ຽນເຍີນ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ.