ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-Algeriaກ່ວາອີກ
ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນ
ເຊື້ອລະຫວ່າງຫວຽດນາມ-Algeriaກ່ວາອີກ
(ພາບ: tintuc.com)
(vovworld) - ຄະນະກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ໂງດຶກແມ້ງ ຮອງປະທານກຳມາທິການເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ Algeria ໃນລະຫວ່າງວັນທີ 16 – 19/03. ຄະນະໄດ້ພົບປະກັບທ່ານ Hocim Maaloum ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ Algeria - ຫວຽດນາມ; ທ່ານ Belmdedah Nour – Eddine ປະທານກຳມາທິການການຕ່າງປະເທດຂອງສະພາຕ່ຳ; ເຂົ້າຢ້ຽມຂ່ຳນັບທ່ານນາງ Ghamia Idalia ຮອງປະທານສະພາຕ່ຳ; ພົບປະກັບປະທານກຳມາທິການການຕ່າງປະເທດຂອງສະພາສູງ. ພ້ອມກັບບັນດາເຈົ້າໜ້າທີ່ຂັ້ນສູງອື່ນໆ. ທີ່ການພົບປະຕ່າງໆ, 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນກ່າວອີກ ໃນນັ້ນມີການແລກປ່ຽນບັນດາຄະນະວິຊາສະເພາະຂອງສະພາແຫ່ງຊາດ; ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານສ້າງກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. 2 ຝ່າຍເຫັນດີເປັນເອກະພາບຕໍ່ເລື່ອງຍູ້ແຮງການຮ່ວມມື 2 ຝ່າຍໃນບັນດາຂົງເຂດ ເຊິ່ງ 2 ຝ່າຍມີທ່າແຮງຄື: ພະລັງງານ, ກະສິກຳ, ນ້ຳມັນອາຍແກັສ, ການທ່ອງທ່ຽວ ແລະ ຄົມມະນາຄົມ - ຂົນສົ່ງ ເພື່ອແນໃສ່ນຳການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດໃຫ້ພັດທະນາສົມກັບການພົວພັນດ້ານການເມືອງອັນດີງາມທີ່ມີຢູ່ແລ້ວ. ແບ່ງປັນບັນດາທັດສະນະລວມກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, 2 ຝ່າຍເນັ້ນໜັກສະໜັບສະໜູນເລື່ອງແກ້ໄຂບັນດາການຂັດແຍ້ງກັນ ອີງຕາມກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.