(vovworld) - ສະຖາບັນຄົ້ນຄວ້າພັດທະນາເສດຖະກິດ - ສັງຄົມ ດານັ້ງ ຫາກໍ່ໄດ້ຮັບເອກະສານທີ່ຄຸນຄ່າໂດຍຢືນຢັນວ່າ ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ. ບັນດາເອກະສານດັ່ງກ່າວໂດຍທ່ານ ເຈີ່ນທັ໋ງ, ປະທານສະຖາບັນວັດທະນະທຳ ແລະ ສຶກສາຫວຽດນາມ ປະຈຳອາເມລິກາ ສະສົມ ແລະ ມອບໃຫ້. ເອກະສານທີ່ສະຖາບັນໄດ້ຮັບລວມມີແຜນທີ່ເກົ່າ 43 ແຜ່ນ ແລະ ປື້ມ Atlas ໂດຍຈີນ ພິມຈຳໜ່າຍຢູ່ ໜານຈີງ ແຕ່ປີ 1919. ໄລມາຮອດປະຈຸບັນ, ຈຳນວນເອກະສານທີ່ລ້ຳຄ່າເຊິ່ງສະຖາບັນໄດ້ຮັບຈາກທ່ານ ເຈີ່ນທັ໋ງ ມີແຜນທີ 150 ແຜ່ນ. ນີ້ແມ່ນບັນດາແຜນທີ່ເຊິ່ງໄດ້ພິມຈຳໜ່າຍຢູ່ອັງກິດ, ເຢຍລະມັນ, ອົດສຕາລີ, ການາດາ, ອາເມລິກາ ແລະ ຮົ່ງກົງ (ຈີນ) ໃນໄລຍະແຕ່ປີ 1626 – 1980, ໃນນັ້ນມີແຜນທີ 50 ແຜ່ນໄດ້ສະແດງໃຫ້ເຫັນວ່າ ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ ແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ.