ຮັບປະກັນການຜັນຂະຫຍາຍບັນດາໂຄງການ, ກໍ່ສ້າງກິດຈະກຳຄົມມະນາຄົມໃຫ້ມີປະສິດທິຜົນ

(VOVWORLD) - ທີ່ວາລະປະຊຸມ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜູ້ຮັບເໝົາໄດ້ລາຍງານຄວາມຄືບໜ້າໃນການປະຕິບັດບັນດາກິດຈະກຳ, ໂຄງການກໍ່ສ້າງສຳຄັນຂອງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ; ຊີ້ໃຫ້ເຫັນຄວາມຫຍຸ້ງຍາກ...
ຮັບປະກັນການຜັນຂະຫຍາຍບັນດາໂຄງການ, ກໍ່ສ້າງກິດຈະກຳຄົມມະນາຄົມໃຫ້ມີປະສິດທິຜົນ - ảnh 1ກອງປະຊຸມຈັດຂຶ້ນຢູ່ສຳນັກງານລັດຖະບານ
(ພາບ:Vũ Khuyên/ VOV)

ຕອນບ່າຍວັນທີ 16 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບບັນດາກິດຈະກຳ, ໂຄງການກໍ່ສ້າງສຳຄັນຂອງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ, ເປັນປະທານກອງປະຊຸມຄັ້ງທີ 3 ຂອງຄະນະຊີ້ນຳ. ທີ່ວາລະປະຊຸມ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜູ້ຮັບເໝົາໄດ້ລາຍງານຄວາມຄືບໜ້າໃນການປະຕິບັດບັນດາກິດຈະກຳ, ໂຄງການກໍ່ສ້າງສຳຄັນຂອງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ; ຊີ້ໃຫ້ເຫັນຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ມາດຕະການຊຸກຍູ້ຄວາມຄືບໜ້າບັນດາໂຄງການ.

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນອາຍຸການນີ້, ລັດຖະບານໄດ້ສະຫງວນຈຳນວນເງິນປະມານ 470.000 ຕື້ດົ່ງ (ກ່ວາ 18,9 ຕື້ USD) ລົງທຶນໃສ່ໂຄງການ, ກິດຈະກຳຄົມມະນາຄົມ. ທ່ານນາຍົກລັດຖະມົນຕີ ເນັ້ໜັກວ່າການຜັນຂະຫຍາຍບັນດາໂຄງການໃຫ້ມີປະສິດທິຜົນຈະປະກອບສ່ວນປະຕິບັດ 3 ຂອດບຸກທະລຸຍຸດທະສາດໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນມີການບຸກທະລຸກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງປ່ຽນແປງຈິນຕະນາການ, ວິທີການສຳຜັດ, ແກ້ໄຂບັນຫາ, ປ່ຽນແປງວິທີຄົ້ນຄິດ, ວິທີການຈັດຕັ້ງປະຕິບັດເພື່ອຜັນຂະຫຍາຍບັນດາໂຄງການ, ກິດຈະກຳຄົມມະນາຄົມຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ