ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງງານກັ່ນນ້ຳມັນ ງີເຊີນ
|
(vovworld) – ວັນທີ 22/4, ເມື່ອລົງຢ້ຽມຢາມເຂດເສດຖະກິດ ງີເຊີນ ແລະ ເຮັດວຽກຢູ່ໂຮງງານກັ່ນນ້ຳມັນ ງີເຊີນ, ແຂວງ ແທງຮ໋ວາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ: ໂຄງການປະສົມກັ່ນນ້ຳມັນ ງີເຊີນ ແມ່ນໂຄງການມີລັກສະນະ ກຳລັງໜູນ, ແຜ່ລາມຢ່າງກ້ວາງຂວາງເຖິງເສດຖະກິດ - ສັງຄົມຂອງເຂດຕອນເໜືອພາກກາງ ແລະ ທົ່ວປະເທດ. ໂຄງການໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາອຸດສາຫະກຳກັ່ນນ້ຳມັນເວົ້າສະເພາະ ແລະ ຂະແໜງອຸດສາຫະກຳ ຫວຽດນາມ ເວົ້າລວມ, ສຳລັບການເຕີບໂຕຂອງ GDP ຫວຽດນາມ, ຮັບປະກັນຄວາມໝັ້ນຄົງພະລັງງານ. ເພື່ອຮັບປະກັນຄວາມຄືບໜ້າຂອງໂຄງການ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາເຈົ້າຂອງໂຄງການລົງທຶນສົມທົບຢ່າງແໜ້ນແຟ້ນກັບບັນດານັກປະມູນຈົ່ງສະຫລຸບສ່ວນກົນຈັກ ເພື່ອນຳເຂົ້າເຄື່ອນໄຫວທົດລອງ ແລະ ເຄື່ອນໄຫວຢ່າງເປັນທາງການໃນໄວໆນີ້. ທ່ານຮອງນາຍົກລັດຖະມົນຕີ ຕັກເຕືອນໃຫ້ແຂວງ ແທງຮ໋ວາ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ເອົາໃຈໃສ່ເປັນພິເສດເຖິງການຕິດຕາມກວດກາຢ່າງແໜ້ນແຟ້ນບັນດາມາດຖານສິ່ງແວດລ້ອມເມື່ອເຄື່ອນໄຫວທົດລອງ, ເດັດດຽວບໍ່ເອົາສິ່ງໃດແລກກັບສິ່ງແວດລ້ອມເພື່ອບັນລຸຄາດໝາຍການເຕີບໂຕ.