ຮັບປະກັນປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການ ປົກປ້ອງຊັບສິນທາງປັນຍາຢ່າງຄົບຖ້ວນ ແລະ ເຂັ້ມງວດ

(VOVWORLD) -ຕອນບ່າຍວັນທີ 26 ຕຸລາ, ບັນດາ ສ.ສ.ຊ ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ 15 ໄດ້ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍການປັບປຸງເພີີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ.
ຮັບປະກັນປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການ ປົກປ້ອງຊັບສິນທາງປັນຍາຢ່າງຄົບຖ້ວນ ແລະ ເຂັ້ມງວດ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດີ້ງ ກ່າວຄຳເຫັນ

     ຮ່າງກົດໝາຍສະບັບນີ້ ກ່ຽວຂ້ອງເຖິງບັນດາວຽກງານຫັນກົດໝາຍເປັນຄຳໝັ້ນສັນຍາສາກົນໃນບັນດາສັນຍາການຄ້າເສລີຊຶ່ງຫວຽດນາມແມ່ນພາຄີ.

    ທີ່ການປຶກສາຫາລື, ບັນດາ ສ.ສ.ຊ ໄດ້ປຶກສາຫາລື, ໃຫ້ຄຳເຫັນໃສ່ 2 ບັນຫາຄື ສິດຈົດທະບຽນການປະດິດສ້າງ, ແບບອຸດສາຫະກຳ, ການອອກແບບຈັດສັນແມ່ນໝາກຜົນຂອງໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຢີ ໂດຍນຳໃຊ້ງົບປະມານແຫ່ງລັດ, ປັບໄໝລົງໂທດຕໍ່ການກະທຳລະເມີດການບໍລິຫານສຳລັບການກະທຳລະເມີດສິດຊັບສິນທາງປັນຍາ. ບັນດາຄຳຄິດເຫັນກໍລ້ວນແຕ່ຢືນຢັນຄວາມຈຳເປັນຕ້ອງສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະກອບສ່ວນເຂົ້າໃນການເຊື່ອມໂຍງສາກົນ. ທ່ານນາງຫງວຽນທິມິນຈາງ ສ.ສ. ຊ ແຂວງ ວິ້ງລອງ ມີຄຳເຫັນດັ່ງນີ້:

     “ ງົບປະມານແຫ່ງລັດ ລົງທຶນເຂົ້າໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີ ເພື່ອພັດທະນາ, ແຕ່ບໍ່ແມ່ນແນໃສ່ໝາກຜົນທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີ. ດັ່ງນັ້ນ ບໍ່ຈຳເປັນທີ່ລັດຕ້ອງມີໝາກຜົນ ໜ້າທີ່ວິທະຍາສາດ ແລະ ນຳໃຊ້ງົບປະມານແຫ່ງລັດ. ໃນຂະນະນັ້ນ, ອົງການຮັບຜິດຊອບຕ້ອງມີຄວາມເຂົ້າໃຈຂົງເຂດທີ່ກ່ຽວຂ້ອງເຖິງໜ້າທີ່ວິທະຍາສາດ ແລະ ເຕັກໂນໂລຢີ. ດັງນັ້ນ ການຫັນໝາກຜົນທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີເປັນການຄ້າ ຈະມີຄວາມສະດວກກ່ວາ ພ້ອມທັງສົ່ງເສີມບັນດາອົງການ, ສ່ວນບຸກຄົນມີຄວາມສາມາດເພື່ອຮ່ວມມືກັບອົງການຮັບຜິດຊອບ”

ຕອບກັບ

ຂ່າວ/ບົດ​ອື່ນ