(vovworld) – ຮັບປະກັນໃຫ້ປະຊາຊົນໄດ້ສຳພັດກັບການບໍລິການສາທາລະນະສຸກທີ່ມີຄຸນນະພາບ, ນັ້ນແມ່ນຄຳຢືນຢັນຂອງທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ” ເມື່ອວັນທີ 22/06. ກ່ຽວກັບການປ່ຽນໃໝ່, ບຸກທະລຸຂອງຮ່າງກົດໝາຍວ່າດ້ວຍປະກັນສຸຂະພາບ (ສະບັບປັບປຸງ), ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ໃຫ້ຮູ້ວ່າ.
“ກົດໝາຍປັບປຸງ, ເພີ່ມເຕີມປະກັນສຸຂະພາບຄັ້ງນີ້ແມ່ນຖືສິດຜົນປະໂຫຍດຂອງປະຊາຊົນ, ພິເສດແມ່ນຄົນທຸກຍາກເປັນສຳຄັນ. ມີບາງຂໍ້ປັບປຸງຕົ້ນຕໍ່ແມ່ນ ການຊື້ບັດປະກັນສຸຂະພາບແມ່ນບັງຄັບ ແລະ ຕາມຄອບຄົວ, ໃນຄອບຄົວຍິ່ງມີຫຼາຍຄົນເຂົ້າຮ່ວມລາຄາຊື້ບັດປະກັນສຸຂະພາບຍິ່ງຫຼຸດລົງ ກ້າວໄປເຖິງທົ່ວປວງຊົນຊື້ບັດປະກັນສຸຂະພາບ. ມີຈຸດໃໝ່ອີກນັ້ນແມ່ນ ເຊື່ອມຕໍ່ຕາໜ່າງກວດ ແລະ ປິ່ນປົວພະຍາດ, ຈາກຂັ້ນຕາແສງ ຕະຫຼອດຮອດຂັ້ນເມືອງ, ຂັ້ນແຂວງ ແລະ ສູນກາງ, ໝາຍຄວາມວ່າ ຄົນເຈັບໜັກຢູ່ເຂດນີ້ສາມາດສົ່ງໄປປິ່ນປົວພະຍາດຢູ່ໂຮມໝໍສູນກາງໂດຍກົງ ແລະ ໄດ້ຊຳລະຄ່າປິ່ນປົວພະຍາດທັງໝົດຕາມບັດປະກັນສຸຂະພາບ”.
ຕາມທ່ານນາງລັດຖະມົນຕີ ຫງວຽນທິກິມຕ໋ຽນ ແລ້ວ, ຂະແໜງສາທາລະນະສຸກຍັງປ່ຽນໃໝ່ບັນດາລະບຽບການບໍລິຫານຄື ຖອນເວລາລໍຖ້າ, ເປີດຫ້ອງກວດພະຍາດຕື່ມອີກ, ຫຼຸດລະບຽບການບໍລິການ... ພິເສດ, ກະຊວງສາທາລະນະສຸກໄດ້ເປີດໂທລະສັບສາຍດ່ວນເພື່ອໃຫ້ປະຊາຊົນສາມາດໂທໂດຍກົງເພື່ອສ່ອງແສງຄວາມບໍ່ພໍໃຈຢູ່ໂຮງໝໍຂັ້ນເມືອງ, ແຂວງ ແລະ ສູນກາງ.