ຮັບຮອງລົດຕັງ 390 ແມ່ນວັດຖຸທີ່ປະເສີດຂອງຊາດ

ຮັບຮອງລົດຕັງ 390 ແມ່ນວັດຖຸທີ່ປະເສີດຂອງຊາດ - ảnh 1

(vovworld) - ຕອນ​ເຊົ້າ​ວັນ​ທີ 9/11, ຫໍພິພິດທະພັນ​ກຳລັງ​ລົດ​ຕັງ​ລົດ​ຫຸ້ມ​ເກາະ​ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ປະກາ​ດຂໍ້​ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນຕີທີ່​ຮັບຮອງ​ລົດ​ ຕັງ 390 ​ແມ່ນ​ວັດຖຸ​ປະ​ເສີດ​ຂອງ​ຊາດ. ​ໃນ​ການ​ລຸກ​ຮຶ້ຂຶ້ນ​ຂະໜາດ​ໃຫຍ່​ເມື່ອ​ລະດູບານ​ໃໝ່​ປີ 1975, ລົດ​ຕັງ​ທີ່​ມີ​ໝາຍ​ເລກ 390 ສັງກັດກອງ​ພົນ​ນ້ອຍ​ລົດ​ຕັງ 203 ​ໄດ້​ຕຳ່​ປະຕູ​ໂຂງ​ຂອງ​ທຳນຽບ​ເອກະລາດ​ໃຫ້​ພັງ​ທະລາ​ຍ​ໃນ​ເວລາ 10 ​ໂມງ 45 ນາທີ ຂອງ​ວັນ​ທີ 30/4/1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ທ້ອນ​​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ກ່ອນ​ໜ້າ​ນັ້ນ, ລົດ​ຕັງ​ນີ້​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ອັນ​ດຸ​ເດືອດ ​​ແລະ ສ້າງ​ວິລະ​ກຳມາ​ໄດ້ຫຼາຍ​ຄັ້ງ.

ຮັບຮອງລົດຕັງ 390 ແມ່ນວັດຖຸທີ່ປະເສີດຂອງຊາດ - ảnh 2

        ກ່າວ​ຄວາມ​ເຫັນ​ທີ່​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນ ຕີ, ພົນ​ຕີ Nguyen Trong Nghia, ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ກອງ​ທັງ​ປະຊາຊົນ​ຫວຽດນາມ ​ຢືນຢັນ​ວ່າ:

        ”ດ້ວຍ​ຄວາມ​ໝາຍ​ພິ​ເສດ​ໃນ​ຈຸດ​ເວລາ​ປະຫວັດສາດ​ຂອງ​ຊາດ, ລົດ​ຕັງ 390 ​ໄດ້​ຖືກ​ນຳ​ມາ​ວາງສະ​ແດງ​ຢູ່​ຫໍພິພິດທະພັນ​ກຳລັງ​ລົດ​ຕັງ​ລົດ​ຫຸ້ມ​ເກາະ ​ເພື່ອ​ເປັນ​ວັດຖຸ​ພັນ​ທີ່​ເປັນ​ມູນ​ເຊື້ອ. ນີ້​ແມ່ນ​ວັດຖຸ​ພັນ​ທີ່​ປະ​ເສີດ, ມີ​ຄວາມ​ໝາຍ​ໂຄສະນາ, ສຶກສາ​ກ່ຽວ​ກັບ​ມູນ​ເຊື້ອ​ປະຕິວັດ​ທີ່​ມີ​ຕໍ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢ່າງ​ ເລິກ​ເຊິ່ງ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ, ​ແມ່ນ​ພະຍານ​ຫຼັກ​ຖານ​ໃຫ້​ແກ່​ໄຊຊະນະ​​ແຫ່ງ​ສົງຄາມ​ອັນເປັນ​ທຳ​ຂອງ​ປະ​ເທດ​ ຫວຽດນາມ”.

 

ຂ່າວ/ບົດ​ອື່ນ