(vovworld) - ຕອນເຊົ້າວັນທີ 18/3, ຢູ່ແຂວງ ທ໋າຍງວຽນ, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມສຳມະນາແບ່ງປັນໝາກຜົນລາຍງານຄົ້ນຄ້ວາກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງຕິດພັນກັບການຫຼຸດຜ່ອນຄວາມຜິດໂຕນທາງດ້ານລະດັບຄອງຊີບ ແລະ ຮັບເອົາຄຳເຫັນໃສ່ຮ່າງບົດລາຍງານໝາກຜົນການຕິດຕາມກວດກາການປະຕິບັດນະໂຍບາຍຫລຸດຜ່ອນຄວາມທຸກຍາກໄລຍະ 2005 – 2012. ທ່ານນາງ ຫວູກິ່ວງຮວາ, ຜູ້ປະສານງານໂຄງການຂົນຂວາຍນະໂຍບາຍ ແລະ ສື່ສານຂອງອົງການ Oxfam ປະຈຳ ຫວຽດນາມ, ຖືວ່າ:
“ໃນໄລຍະຈະມາເຖິງ, ຫວຽດນາມ ຄວນສຸມໃສ່ຮັດແຄບຊ່ອງຫວ່າງກ່ຽວກັບການຂ້ອງເຖິງຄວາມຜິດດ່ຽງ, ບໍ່ມີຄວາມສະເໝີພາບກ່ຽວກັບກາລະໂອກາດ, ຍ້ອນວ່ານີ້ແມ່ນໜຶ່ງໃນບັນດາບຸລິມະສິດ, ຊຶ່ງແມ່ນໜຶ່ງໃນບັນດາທິດທາງອາດສາດມາດຊ່ວຍຮັດແຄບ, ບໍ່ເຮັດໃຫ້ເພີ່ມລະດັບຄວາມຜິດໂຕນລະຫວ່າງບັນດາເຂດ, ພາກຂອງຫວຽດນາມ”