ຮັບເອົາເງິນສະໜັບສະໜູນຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/Dioxin ຫວຽດນາມ


ຮັບເອົາເງິນສະໜັບສະໜູນຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/Dioxin ຫວຽດນາມ - ảnh 1
ທ່ານ​ນາງ Maggie Brooks ໃນ​ການ​ຊ່ວຍ​ເຫຼືອ​ເງິນ​ສະ​ໜັບ​ສະ​ໜູນ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ ປີ 2014

(vovworld)- ວັນ​ທີ 18/7, ສະ​ມາ​ຄົມຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ ໄດ້​ຈັດພິ​ທີ​ຮັບ​ເງິນ​ຈຳ​ນວນ 10.000 USD ຂອງທ່ານ​ນາງ Maggie Brooks ຊາວ​ສະ​ວິດ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ກົດ​ຕາຣີ​ກາ ພ້ອມ​ກັບ​ບຸກ​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ເປັນ​ເພື່ອນ​ຂອງ​ນາງ ເພື່ອ​ສະ​ໜັບ​ສະ​ໜູນ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ. ທີ່​ພິ​ທີ​ມອບ​ຮັບ​ເງິນ, ທ່ານປະ​ທານສະ​ມາ​ຄົມຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ ຫງວຽນ​ວັນ​ຣິງ ໄດ້​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ ນາງ Maggie Brooks ແລະ ຢືນ​ຢັນ​ວ່າ ຫວຽດ​ນາມຍາມ​ໃດ​ກໍ​ຈົດ​ຈຳ​ນ້ຳ​ໃຈ​ການ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ​ບັນ​ດາ​ຄອບ​ຄົວ ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/Dioxin ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ