ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ - ຍີ່ປຸ່ນ
ກອງປະຊຸມສຳມະນາ “ສົ່ງເສີມການລົງທຶນເຂົ້າຫວຽດນາມ
ແລະ ຮັບເອົາສຳມະນາກອນຫວຽດນາມ”
(ພາບ: vietnamplus.vn)
(vovworld) - ວັນທີ 18 ຕຸລາ, ຢູ່ຍີ່ປຸ່ນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ອົງການຈັດຕັ້ງພັດທະນາແຫຼ່ງຊັບພະຍາກອນມະນຸດຍີ່ປຸ່ນ (IM Japan) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ສົ່ງເສີມການລົງທຶນເຂົ້າຫວຽດນາມ ແລະ ຮັບເອົາສຳມະນາກອນຫວຽດນາມ”.
ທີ່ກອງປະຊຸມສຳມະນາ, ທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຫງວຽນທິຫາຍຈວຽນ ຕີລາຄາສູງຜົນສຳເລັດຂອງໂຄງການຮ່ວມມືລະຫວ່າງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລະ IM ຍີ່ປຸ່ນ, ຖືນີ້ແມ່ນຈຸດສຸມ, ປະກອບສ່ວນບໍ່ໜ້ອຍເຂົ້າໃນຜົນສຳເລັດລວມຂອງໂຄງການນຳແຮງງານຊາວຫວຽດນາມ ໄປເຮັດວຽກ ແລະ ຮໍ່າຮຽນຢູ່ຕ່າງປະເທດ.
ພາຍຫຼັງໄລຍະເກືອບ 7 ປີແຫ່ງການຜັນຂະຫຍາຍ, ບັນດາວິສາຫະກິດຂອງຍີ່ປຸ່ນ ໄດ້ຮັບສຳມະນາກອນຫວຽດນາມ 1.200 ຄົນ. ຜ່ານນັ້ນ, ສຳມະນາກອນຫວຽດນາມ ໄດ້ຮໍ່າຮຽນເອົາບັນດາເຕັກນິກທີ່ກ້າວໜ້າ ຜ່ານການເຂົ້າຮ່ວມໂດຍກົງໃນວິວັດການຮໍ່າຮຽນ ແລະ ເຮັດວຽກຢູ່ບັນດາໂຮງຈັກ, ໂຮມງານ ຂອງຍີ່ປຸ່ນ.