ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ
(ພາບ:nguyentandung.org)
(VOV)- ກ່າວຄຳເຫັນທີ່ພິທີລົງນາມໃນຂໍ້ຕົກລົງຮ່ວມມືຮອບດ້ານໃນການຄົ້ນຄ້ວານຳໃຊ້ເຕັກໂນໂລຊີຜະລິດໂລຫະປະສົມລະຫວ່າງສະຖາບັນວິທະຍາສາດວັດສະດຸ (ສັງກັດສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ) ແລະ ບໍລິສັດຫຸ້ນສ່ວນແຮ່ທາດໄຕບັກ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອເນັ້ນຫນັກວ່າ: ແຂວງເຊີນລາ ເວົ້າສະເພາະ ແລະ ບັນດາແຂວງເຂດຕາເວັນຕົກສ່ຽງເໜືອເວົ້າລວມ ຕ້ອງນຳໃຊ້ວິທະຍາສາດເຕັກໂນໂລຊີເພື່ອຂຸດຄົ້ນ, ຜະລິດແຮ່ທາດຢ່າງມີປະສິດທິຜົນ ແນໃສ່ນຳມາເລິ່ງປະສິດທິຜົນອັນຕັ້ງໜ້າໃນດ້ານເສດຖະກິດ-ສັງຄົມ:
“ນີ້ແມ່ນວຽກງານມີຄວາມໝາຍທີ່ສຸດຍ້ອນວ່າບໍ່ມີວິທະຍາສາດເຕັກໂນໂລຊີພວກເຮົາຈະບໍ່ປະສົບຜົນສຳເລັດ, ສະນັ້ນ, ການຮ່ວມມືລະຫວ່າງສະຖາບັນວິທະຍາສາດວັດສະດຸ ແລະ ບໍລິສັດຫຸ້ນສ່ວນແຮ່ທາດໄຕບັກ ແມ່ນຕ້ອງເຮັດແນວໃດເພື່ອເພີ່ມສະມັດຕະພາບການອອກແຮງງານ, ເພີ່ມມຸນຄ່າ ແລະ ຫລຸດຜ່ອນມົນລະຜິດສິ່ງແວດລ້ອມ, ການແກ່ງແຍ້ງມີປະສິດທິຜົນນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ. ກິດຈະກຳນີ້ຈະເປີດສາກໃຫ້ການເປີດກ້ວາງຮູບແບບການສົມທົບລະຫວ່າງວິທະຍາສາດເຕັກໂນໂລຊີ ແລະ ການຜະລິດດຳເນີນທຸລະກິດ“.