ລັດຖະມົນຕີການຕ່າງປະເທດ ລັດເຊຍ
Sergey Lavrov
ພາບ:internet
|
(vovworld) - ວັນທີ 30/1, ຫນ້າເວັບຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ລົງພິມບົດທີ່ມີຫົວຂໍ້ວ່າ: “ໂລກໃນຍຸກສະໄຫມແຫ່ງການປ່ຽນແປງ: ບັນດາການໃຫ້ບຸລິມະສິດໃນການເຄື່ອນໄຫວຕ່າງປະເທດຂອງ ລັດເຊຍ” ຂອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ຊີ້ແຈງວ່າ: ທິດທາງ ແລະ ການໃຫ້ບຸລິມະສິດຕົ້ນຕໍໃນນະໂຍບາຍການຕ່າງປະເທດຂອງລັດເຊຍ ຍັງຄົງແມ່ນປະຊາຄົມບັນດາປະເທດເອກະລາດ (SNG). ຕາມທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍແລ້ວ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ລັດເຊຍ ແມ່ນຊຸກຍູ້ ແລະ ເພີ່ມທະວີບັນດາວິວັດການຮ່ວມສຳພັນໃນກຸ່ມ SNG, ຊຶ່ງແມ່ນແຜນນະໂຍບາຍມີຄວາມສຳຄັນດ້ານຍຸດທະສາດ ແລະ ສ່ອງແສງຢ່າງພາວະວິໄສຕໍ່ບັນດາທິດທາງຂອງວິວັດການໂລກາພິວັດ, ໃນນັ້ນ ມີເລື່ອງປັບປຸງບົດບາດບັນດາອົງການຈັດຕັ້ງພາກພື້ນ.