ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນໄດ້ມີການພົບປະ ກັບທ່ານນາງລັດຖະມົນຕີການຕ່າງປະເທດອັກຊັງຕິນ ມານໂກລາ |
(vovworld)- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສ.ປ.ຊ ຊຸດທີ 71 ຢູ່ນິວຢອກ, ອາເມລິກາ, ວັນທີ 24/9, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນໄດ້ມີການພົບປະ ກັບທ່ານນາງລັດຖະມົນຕີການຕ່າງປະເທດອັກຊັງຕິນ ມານໂກລາ, ທ່ານປະທານກຳມາທິການການຕ່າງປະເທດສະພາສູງອີຕາລີ ກາຊີນີ ແລະ ທ່ານປະທານກຳມາທິການການຕ່າງປະເທດສະພາຕ່ຳອີຕາລີ ຊີຈີໂຕ. ໃນການພົບປະກັບ ທ່ານນາງລັດຖະມົນຕີການຕ່າງປະເທດອັກຊັງຕິນ ມານໂກລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນຢືນຢັນວ່າ ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອັກຊັງຕິນຊຶ່ງແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມຢູ່ພາກພື້ນອາເມລິກາລາຕິນ . 2 ຝ່າຍເຫັນດີວ່າ ໃນໄລຍະທີ່ຈະມາເຖິງ,ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະ ວິສາຫະກິດຂອງ 2 ປະເທດ.
ໃນການຕ້ອນຮັບ ທ່ານປະທານກຳມາທິການການຕ່າງປະເທດສະພາສູງອີຕາລີ ກາຊີນີ ແລະ ທ່ານປະທານກຳມາທິການການຕ່າງປະເທດສະພາຕ່ຳອີຕາລີ ຊີຈີໂຕ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນ ກໍໄດ້ຊົມເຊີຍເລື່ອງອີຕາລີກາຍເປັນກຳມະການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2017-2018. ສ່ວນທ່ານປະທານກຳມາທິການການຕ່າງປະເທດສະພາສູງອີຕາລີ ກາຊີນີ ແລະ ທ່ານປະທານກຳມາທິການການຕ່າງປະເທດສະພາຕ່ຳອີຕາລີ ຊີຈີໂຕ ໄດ້ຕີລາຄາສູງການພັດທະນາທີ່ຂະຫຍັນຂັນເຄື່ອນຂອງຫວຽດນາມ ແລະ ເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ແມ່ນສະຖານທີ່ດູດດື່ມເພື່ອດຶງດູດນັກລົງທຶນອີຕາລີ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານກຳມາທິການການຕ່າງປະເທດສະພາສູງອີຕາລີ ແລະ ທ່ານປະທານກຳມາທິການການຕ່າງປະເທດສະພາຕ່ຳອີຕາລີ ໄດ້ສະໜັບສະຫນູນການຮັກສາສັນຕິພາບ, ສະຖຽນລະພາບ ຄວາມໝັ້ນຄົງ, ປອດໄພ ແລະ ເສລີພາບໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ຕ້ອງແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.