(vovworld) - ຕອນບ່າຍວັນທີ 21/12, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ Craig Chittick, ເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ປະຈຳຮ່າໂນ້ຍ, ເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດງານຢູ່ຫວຽດນາມ. ທີ່ພິທີຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ 2 ຝ່າຍຈະມານະພະຍາຍາມເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີ ໃຫ້ເຂົ້າສູ່່ລວງເລິກ, ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີ, ໃນຕໍ່ໜ້າ 2 ຝ່າຍຕັ້ງໜ້າສົມທົບກັນຜັນຂະຫຍາຍໂຄງການເຄື່ອນໄຫວຫວຽດນາມ - ອົດສະຕາລີ ໄລຍະ 2016 – 2019 ເຊິ່ງຫາກໍ່ໄດ້ຮັບການລົງນາມ, ຊ່ວຍຍູ້ແຮງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ... ກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ, 2 ປະເທດຈະສືບຕໍ່ເສີມຂະຫຍາຍການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນໃນປະຈຸບັນ, ໃນນັ້ນມີ: ASEAN, EAS, APEC... ເພື່ອຈຸດໝາຍລວມແມ່ນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມວັດຖະນາຖາວອນໃນພາກພື້ນ.
ສ່ວນທ່ານເອກອັກຄະລັດຖະທູດ Craig Chittick ກໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງອົດສະຕາລີ ແມ່ນຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ, ເນັ້ນໜັກວ່າ, ໃນຖານະຕຳແໜ່ງຄືປະຈຸບັນ, ທ່ານຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອແນໃສ່ເຊື່ອມຕໍ່ 2 ປະເທດ, ນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາທຸກດ້ານ.