ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ
ຕ້ອນຮັບທ່ານ ມານົບໃຈ ວົງພັກດີ ເອກອັກຄະລັດຖະທູດ ໄທ
(ພາບ: VGP/HaiMinh)
(vovworld) – ຕອນບ່າຍວັນທີ 31/05, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມີງ ໄດ້ໃຫ້ການຕ້ອນຮັບທ່ານ ມານົບໃຈ ວົງພັກດີ ເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ຢືນຢັນວ່າ: ໂດຍແມ່ນປະເທດຖານບ້ານໃກ້ເຮືອນຄຽງ ແລະ ທັງເປັນສະມາຊິກໃນປະຊາຄົມ ອາຊຽນ, ຫວຽດນາມ ຍາມໃດກໍ່ປາດຖະໜາຢາກ ໄທ ມີສະຖຽນລະພາບ ແລະ ພັດທະນາ; ພ້ອມທັງ ຖືເປັນສຳຄັນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງບໍ່ຢຸດຢັ້ງ. ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ສະເໜີວ່າ 2 ຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມຄະນະລັດຖະບານປະສົມ ຫວຽດນາມ - ໄທ ເທື່ອທີ 3, ໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ 2014 - 2018 ຢ່າງມີປະສິດທິຜົນ; ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 – 6/8/2016) ເປັນຢ່າງດີ. ສ່ວນທ່ານເອກອັກຄະລັດຖະທູດ ມານົບໃຈ ວົງພັກດີ ຢືນຢັນວ່າ: ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອ ປະກອບສ່ວນເພີ່ມທະວີ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ໃຫ້ດີກ່ວາອີກ.
ແລະໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມ
ບີງມີງ ຕ້ອນຮັບທ່ານ Noel Servigon ເອກອັກຄະລັດຖະທູດ ຟີລີບປິນ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຟ້າມບີງມີງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ໃຫ້ການຮ່ວມມືກັບລັດຖະບານ ຟີລີບປິນ ຢ່າງແໜ້ນແຟ້ນ ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີ 2 ຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນຜັນຂະຫຍາຍບັນດາເນື້ອໃນຄູ່ຮ່ວມມືຍຸດທະສາດ ເພື່ອນຳການພົວພັນເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງກ່ວາອີກ, ໃນນັ້ນ ມີການຮ່ວມມືສ້າງໂຄງການດຳເນີນງານ ຫວຽດນາມ - ຟີລີບປິນ ໄລຍະ 2017 – 2022 ເພື່ອຊຸກຍູ້ການພົວພັນ 2 ປະເທດໃນຫລາຍຂົງເຂດລະອຽດຄື: ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ກະສິກຳ….