ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບລັດຖະມົນຕີວ່າການກະຊວງການຕ່າງປະເທດEstoniaແລະRumani

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບລັດຖະມົນຕີວ່າການກະຊວງການຕ່າງປະເທດEstoniaແລະRumani - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ຟ້າ​ມບິ່ງ​ມິງ
​​ພົບ​ປະ​ກັບ​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Rumani
(ພາບ: TTXVN)

(vovworld) – ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫ​ວຂອງ​ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ, ທີ່​ນິວຢອກ, ປະ​ເທດ​ອາ​ເ​ມລິ​ກາ. ວັນ​ທີ 26/09 (ຕາມ​ເວລາ​ນິວຢອກ), ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິງ ​ໄດ້ມີ​ການ​ພົບ​ປະ​ກັບ​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Estonia  ​ແລະ Rumani.

        ທີ່​ການ​ພົບ​ປະ​ກັບທ່ານ​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Estonia, Marina Kaljurand, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງມິ​ງ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແຮງ. ສ່ວນທ່ານ Marina Kaljurand ​ໄດ້​ເຫັນ​ດີຕໍ່​ທັດສະນະ​ຂອງ​ຫວຽດນາມ ​ແລະ ອາ​ຊຽນ ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິ​ສັນຍາ​ສະ​ຫະປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ເມື່ອ​ປີ 1982, ປະຕິບັດ​​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC), ຊຸກຍູ້​ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​​ການປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​​ເຂັ້ມ​ງວດ ​ແລະ ຄົບຖ້ວນ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Rumani, Bogdan Lucian Aurescu, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ໃຫ້ Rumani ຮັບຮອງ​ກົນ​ໄກ​ການ​ຕະຫຼາດ​ສຳລັບ​ຫວຽດນາມ, ຊຸກຍູ້​ບັນດາ​ປະ​ເທດ​ສະຫະພາບ​ເອີ​ລົບ (EU) ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - EU ​ໂດ​ຍ​ໄວ. 2 ຝ່າຍ​ກໍ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ເລື່ອງ​ແບ່ງປັນ​ບົດຮຽນ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ​ໂດຍ​ສັນຕິ​ວິທີ…

ຂ່າວ/ບົດ​ອື່ນ