ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນແລະອີຣານ

(VOVWORLD) -ຕອນບ່າຍວັນທີ 02 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີບັນດາການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ແລະ ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ຢູ່ນອກກອງປະຊຸມ AMM 51 ເພື່ອແນໃສ່ແລກປ່ຽນບັນດາບັນຫາຮ່ວມມື 2 ຝ່າຍ ແລະ ແບ່ງປັນທັດສະນະລວມໃນບັນດາເວທີປາໄສຫຼາຍຝ່າຍ.

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະ 2 ຝ່າຍກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນແລະອີຣານ - ảnh 1(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

ແລະ ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono)

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຢືນຢັນວ່າ, ໃນບົດບາດເປັນຜູ້ປະສານງານການພົວພັນອາຊຽນ - ຍີ່ປຸ່ນ ແຕ່ເດືອນສິງຫາ 2018, ຫວຽດນາມ ຈະສົມທົບກັບຝ່າຍຍີ່ປຸ່ນ ຢ່າງແໜ້ນແຟ້ນ, ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງອາຊຽນ - ຍີ່ປຸ່ນ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນກວ່າອີກ. ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ເນັ້ນໜັກວ່າ, ກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ເຊິ່ງຈະດຳເນີນໃນເດືອນ ຕຸລາ 2018 ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືເຊື່ອມຕໍ່ ແລະ ແລກປ່ຽນປະຊາຊົນໃນພາກພື້ນ. ກ່ຽວກັບບັນດາບັນຫາພາກພື້ນ, 2 ຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນຕໍ່ບັນດາການຜັນແປ່ທີ່ສັບສົນຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິ່ນຢູ່ທະເລຕາເວັນອອກ ກໍຄືການສ້າງແຫຼມເກົາຫຼີ ປອດນິວເຄຼຍ.

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາຂົງເຂດພະລັງງານ, ນ້ຳມັນອາຍແກັດ, ທະນາຄານ… ເພື່ອແນໃສ່ປະກອບສ່ວນນຳວົງເງິນການຄ້າ 2 ສົ້ນໃນຂຶ້ນເຖິງ 2 ຕື້ USD ໂດຍໄວ ຄືດັ່ງຄາດໝາຍເຊິ່ງການນຳ 2 ຝ່າຍໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ