ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຢູ່ເວເນຊູເອລາ
ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ
(ພາບປະກອບ: TTXVN)
(vovworld) - ຕອນເຊົ້າວັນທີ 17/09, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຖິງເກາະ Margaria, ປະເທດ ເວເນຊູເອລາ, ເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ (NAM) ຄັ້ງທີ 17. ທ່ານຮອງປະທານາທິບໍດີຜູ້ທີ 1 ເວເນຊູເອລາ Aristobulo Izturiz ເປັນເຈົ້າພາບພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ສະໜາມບິນ. ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີບົດກ່າວໄປໄສເປັນທາງການທີ່ກອງປະຊຸມ.
ໄລ່ຮອດຈຸດເວລານີ້, ຕາມຕົວເລກທາງການຂອງຄະນະຈັດຕັ້ງ, ໄດ້ມີ 128 ຄະນະຜູ້ແທນຂັ້ນສູງມີໜ້າເຂົ້າຮ່ວມກອງປະຊຸມ, ໃນນັ້ນມີ 108 ປະເທດສະມາຊິກທາງການ, 6 ປະເທດສັງເກດການ, 8 ອົງການຈັດຕັ້ງສາກົນ ແລະ 6 ຄະນະຜູ້ແທນເຊິ່ງແມ່ນແຂກກິຕິມະສັກ...