ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຂົ້າຮ່ວມການໂອ້້ລົມສົນທະນາຂັ້ນສູງສປຊ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ
ການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ
(ພາບປະກອບ)
(vovworld) – ກ່າວຄຳເຫັນທີ່ການໂອ້້ລົມສົນທະນາຂັ້ນສູງສະຫະປະຊາຊາດ ກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເຊິ່ງດຳເນີນໄປໃນວັນທີ 25/09 ຢູ່ນິວຢອກ, ປະເທດອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ແບ່ງປັນບັນດາຜົນງານຂອງຫວຽດນາມ ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ເນັ້ນໜັກເຖິງອັດຕາສ່ວນຜູ້ທຸກຍາກຢູ່ຫວຽດນາມ ໄດ້ຫຼຸດລົງຢ່າງແຮງ, ຈາກກວ່າ 58% ໃນປີ 1993 ລົງເຫຼືອພຽງ 8% ໃນປີ 2014. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ, ເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຕ້ອງມີວິທີສຳພັດຫຼາຍແງ່ມູມຄືດັ່ງຫວຽດນາມ ໄດ້ນຳໃຊ້ໃນແຜນຮ່າງໃໝ່ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ. ຄຽງຂ້າງເລື່ອງສົມທົບການຫຼຸດຜ່ອນຄວາມທຸກຍາກໃນບັນດາຍຸດທະສາດ, ໂຄງການພັດທະນາແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຕ້ອງຍົກສູງຄວາມຮັບຮູ້ຂອງສັງຄົມ ແລະ ເພີ່ມທະວີກຳລັງຜ່ານຜ່າຄວາມຫຍຸ້ງຍາກ, ບື່ນຕົວຂຶ້ນຂອງຄົນທຸກຍາກ, ໜູນຊ່ວຍບັນດາກຸ່ມຄົນຖືກສ່ຽງໄພສູງກວ່າເພີ່ນ, ບັນດາເຂດ, ທ້ອງຖິ່ນທຸກຍາກ…
ແລະຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ມມິງ ໄດ້ເຂົ້າຮ່ວມແລະ ກ່າວຄຳເຫັນຢູ່ວາລະປຶກສາຫາລື “ຈາກການເຈລະຈາທົ່ວໂລກ ເຖິງການກະທຳທົ່ວໂລກ - ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ”. ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນບົດຮຽນໃນການປະຕິບັດບັນດາເປົ້າໝາຍສະຫັດສະຫວັດຂອງຫວຽດນາມ ທີ່ບັນລຸໄດ້ກ່ອນກຳນົດເວລາ ແລະ ເນັ້ນໜັກວ່າ, ວິວັດການປະຕິບັດເປົ້າໝາຍພັດທະນາສະຫັດສະຫວັດຢູ່ຫວຽດນາມ ແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທດຈິງ.