ຮອງນາຍົກລັດຖະມົນຕີຟ້າມບິ່ງມິນຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດMd.ShahabUllah
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ
ກະຊວງການຕ່າງປະເທດ ຟ້າມບິ່ງມິນ
(vovworld) - ວັນທີ 15/7, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິນ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດປະເທດ ບັງກະລາເຫດ Md. Shahab Ullah ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີການທູດຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິນ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ບັງກະລາເທດ ເວົ້າສະເພາະ ແລະ ບັນດາປະເທດໃນພາກພື້ນອາຊີໃຕ້ເວົ້າລວມ. ທ່ານ ຟ້າມບິ່ງມິນ ສະເໜີໃຫ້ 2 ຝ່າຍ ຕັ້ງໜ້າສົມທົບກັນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວ ກໍຄືໝາກຜົນຕ່າງໆ ທີ່ບັນລຸໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina ເມື່ອເດືອນ 11/2012 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ; ຂຸດຄົ້ນບັນດາຄວາມສາມາດບົ່ນຊ້ອນການຮ່ວມມືລະຫວ່າງ 2 ປະເທດກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶດສາ, ການຮ່ວມມືດ້ານເຕັກນິກ. 2 ຝ່າຍເຫັນດີເປັນເອກະພາບຈະຕັ້ງໜ້າສົມທົບກັນ, ຮ່ວມມືເພື່ອກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ບັງກະລາເທດ Abdul Hamid ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີ້ນຊາງ.