ຮອງນາຍົກລັດຖະມົນຕີຢ້ຽມຢາມສ.ເກົາຫຼີແລະເຂົ້າຮ່ວມກອງປະຊຸມອະນາຄົດອາຊີຢູ່ຍີ່ປຸ່ນ

ຮອງນາຍົກລັດຖະມົນຕີຢ້ຽມຢາມສ.ເກົາຫຼີແລະເຂົ້າຮ່ວມກອງປະຊຸມອະນາຄົດອາຊີຢູ່ຍີ່ປຸ່ນ - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
(ພາບປະກອບ)


​(vovworld) – ທ່າ​ນຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສ.​ເກົາຫຼີ ​ແຕ່​ວັນ​ທີ 17 – 20/05, ຫຼັງ​ຈາກ​ນັ້ນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອະນາຄົດ​ອາຊີ​ຄັ້ງ​ທີ 21 ​ເຊິ່ງຈັດ​ຂຶ້ນ​ຢູ່​ຍີ່​ປຸ່ນ. ການ​ຢ້ຽມຢາມ​ສ.​ເກົາຫຼີ ເພື່ອ​ແນ​ໃສ່ຢັ້ງ​ຢືນ​ຄວາມ​ປາດ​ຖະໜາ​ຢາກຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ຢ່າງ​ຮອບດ້ານ.

      ທີ່​ຍີ່ປຸ່ນ, ​ໃນ​ວັນ​ທີ 21/05, ທ່ານ​ຮອງ​ນາຍົກລັດຖະມົນຕີຈະ​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ໃນ​ກອງ​ປະຊຸມ​ອະນາຄົດ​ອາຊີ​ຄັ້ງ​ທີ 21 ດ້ວຍ​ຫົວ​ຂໍ້ວ່າ “ອາຊີ ພາຍຫຼັງ​ປີ 2015: ບັນດາ​ໜ້າ​ທີ່​ໃຫ້​ສັນຕິພາບ ​ແລະ ວັດທະນະ​ທາວ​ອນຢ່າງ​ຍາວ​ນານ”. ຄາດ​ວ່າ, ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີຈະ​ມີ​ການ​ພົບ​ປະ​ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ, ພົບ​ປະ 2 ຝ່າຍ​ກັບ​ການ​ນຳ​ບາງ​ອົງການ​ຂອງ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ