ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ພົບປະ
ກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດນອກເເວ Boerge Brende
(ພາບ: thuhien)
(vovworld) - ວັນທີ 4/8/2015, ຢູ່ນອກກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ (AMM) ຄັ້ງທີ 48 ຢູ່ ມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ມີການພົບປະ 2 ຝ່າຍກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ນອກເເວ Boerge Brende, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ກຳປູເຈຍ Ho Nam Hoong ແລະ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟີລິບປີນ Albert del Rosaria
ທີ່ການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ນອກແວ Boerge Brende, 2 ຝ່າຍໄດ້ເຫັນດີເປັນເອກະສັນໃນໄລຍະມາເຖິງ ຈະເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ ເພື່ອນຳການພົວພັນ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ; ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍຸ້ວິສາຫະກິດ ນອກແວ ເຂົ້າຮ່ວມຕະຫລາດ ຫວຽດນາມ, ພິເສດໃນບັນດາຂົງເຂດທີ່ ນອກແວ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ການເດີນທະເລ, ໄຟຟ້ານ້ຳຕົກ, ເສດຖະກິດທະເລ. ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະໜີວ່າ: 2 ຝ່າຍຈະພິຈາລະນາລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ຖືປັດສະປໍການທູດ ແລະ ລັດຖະການ, ພ້ອມທັງສະເໜີ ນອກແວ ພິຈາລະນາຍົກເວັ້ນວີຊາທ່ອງທ່ຽວໃຫ້ພົນລະເມືອງ ຫວຽດນາມ. 2 ຝ່າຍກໍເຫັນດີເປັນເອກະພາບ ເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. 2 ຝ່າຍກໍແບ່ງປັນຄວາມສົນໃຈຕໍ່ສະພາບການຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂຄວາມຂັດແຍ້ງກັນດ້ວຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົມທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982.
ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ທ່ານ Ho Nam Hoong, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ກຳປູເຈຍ; ສະເໜີວ່າ, ໃນໄລຍະມາເຖິງ 2 ປະເທດ ສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນ ມີການສົມທົບກັນຈັດຕັ້ງກອງປະຊຸມສະໄໝສາມັນຄັ້ງທີ 14 ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ໃນປີ 2015 ໂດຍໄວ. ກ່ຽວຂ້ອງເຖິງບັນຫາຊາຍແດນ ຫວຽດນາມ - ກຳປູເຈຍ, ບົນພື້ນຖານການພົວພັນມິດຕະພາບອັນດີງາມລະຫວ່າງ 2 ປະເທດ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ສະເໜີວ່າ: 2 ຝ່າຍຊອກຫາບັນດາມາດຕະການ ເພື່ອແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ເພື່ອສຳເລັດວຽກງານຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນຄືຄວາມຮັບຮູ້ລວມຂອງການນຳຂັ້ນສູງເຊິ່ງ 2 ປະເທດບັນລຸໄດ້ໃນເດືອນ 3/2015.
ທີ່ການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟີລິບປີນ Albert del Rosaria, 2 ຝ່າຍໄດ້ເຫັນດີເປັນເອກະສັນຈັດຕັ້ງກອງປະຊຸມສະໄໝສະມັນຄະນະກຳມະການຮ່ວມມື 2 ຝ່າຍຄັ້ງທີ່ 8 ໂດຍໄວ, ຍູ້ແຮງການຮ່ວມມືລະຫວ່ງ 2 ປະເທດໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກະສິກຳ, ການປະມົງ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ…ກ່ຽວກັບສະພາບໃນພາກພື້ນ ແລະ ສາກົນ, 2 ຝ່າຍໄດ້ສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື ອາຊຽນ ແລະ ບັນຫາທະເວຕາເວັນອອກ. 2 ຝ່າຍຢືນຢັນສືບຕໍ່ສົມທົບກັນ ແລະ ມານະພາຍາຍາມພ້ອມນຳບັນດາປະເທດ ອາຊຽນ ສ້າງປະຊາຄົມ ອາຊຽນ ສຳເລັດຜົນ, ຍົກສູງຄວາມສາມັກຄີ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ.