ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ
ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ
(ພາບ: Phạm Kiên/TTXVN)

 

(vovworld)- ຕອນ​ເຊົ້າ​ວັນ​ທີ 27/2, ​ໄດ້ໄຂ​ກອງ​ປະຊຸມ​ວົງແຄບ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ ຢູ່​ນະຄອນຫຼວງ ວຽງ​ຈັນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ມາ​ຈາກ 10 ປະ​ເທດ​ອາ​ຊຽນ​ ​ແລະ ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິ​ງ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດ ຟ້າ​ມບີ່​ງມິ​ງ ​ເປັນ​ຫົວໜ້າ​ຄະນະ.  

      ດ້ວຍ​ຫົວ​ເລື່ອງ “ ນຳ​ວິ​ໄສ​ທັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ເພື່ອ​ປະ​ຊາ​ຄົມ​ອາ​ຊຽນ​ທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ ”  ກອງ​ປະຊຸມໄດ້ ປຶກສາ​ຫາລື ກ່ຽວ​ກັບ​ບັນດາ​ບຸລິມະສິດ​ໃນ​ປີປະທານ ອາ​ຊຽນ ຂອງ​ລາວ ​ແລະ ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

       ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ຢືນ​ຢັນ​ວ່າ ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ບັນ​ດາ​ບຸ​ລິ​ມະ​ສິດ​ຮ່ວມ​ມື​ອາ​ຊຽນ​ໃນ​ປີ 2016 ໂດຍ​ລາວ​ນຳ​ສະ​ເໜີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ເນັ້ນ​ໜັກ​ວ່າ ອາ​ຊຽນ​ຄວນ​ໃຫ້​ບຸ​ລິ​ມະ​ສິດ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ໃນ​ສະ​ພາ​ວະ​ທີ່​ສະ​ພາບ​ການ​ຢູ່​ພາກ​ພື້ນ​ນັບ​ມື້​ນັບ​ສັບ​ສົນ. ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິງ​ມິນ ເນັ້ນ​ໜັກ​ວ່າ ອາ​ຊຽນ​ຄວນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະ ມີ​ສຽງ​ເວົ້າ​ລວມ​ຕໍ່​ໜ້າ​ການ​ຜັນ​ແປ​ທີ່​ສັບ​ສົນ​ໃນ​ພາກ​ພື້ນ, ເປັນ​ຕົ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ແບ່ງປັນ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຕໍ່​ການ​ຫັນ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ເຄື່ອນ​ໄຫວ​ທາງ​ທະ​ຫານ, ທ່ານ​ເນັ້ນ​ໜັກ​ວ່າ ຄວນ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ເນື້​ອ​ໃນ​ນີ້​ກໍ​ຖືກ​ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລາວ ເຕື້ອງ​ເຖິງ​ໃນ​ບົດ​ປາ​ໄສ​ກ່ຽວ​ກັບ​ຖະ​ແຫຼງ​ການ​ສື່ມວນ​ຊົນ​ຂອງ​ປະ​ທານ ເມື່ອ​ສິ້ນ​ສຸດກອງ​ປະ​ຊຸມ. ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລາວກ່າວ​ວ່າ : 

     “ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ແບ່ງ​ປັນ​ຄວາມ​ເປັນ​ຫ່ວງ​ກັງ​ວົນຢ່າງ​ເລິກ​ເຊິ່ງ​ຕໍ່ການ​ຜັນ​ແປ​ທີ່​ສັບ​ສົນ​ໃນ​ມໍ່ໆ​ມານີ້ ແລະ ພວມ​ເກີດ​ຂືຶ້ນ, ໃນ​ນັ້ນ​ມີ​ການກໍ່​ສ້າງ ຖົມ​ດິນ​ເປັນ​ເກາະ ແລະ ການ​ເຄື່ອນ​ໄຫວ​ຕ່າງໆ, ທຳ​ລາຍ​ຄວາມ​ເຊື້ອ​ໝັ້ນ, ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ, ນາບ​ຂູ່​ສັນ​ຕິ​ພາບ, ຄວາມ​ໝັນ​ຄົງ​ປອດ​ໄພ, ເສ​ລີ​ພາບ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບໍ່​ຫັນ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ເຄື່ອນ​ໄຫວ​ທາງ​ທະ​ຫານ, ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ບັນ​ລຸ​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງໃນ​ການ ປະ​ຕິ​ບັດ DOC  ແລະ ກ້າວ​ໄປ​ເຖິງ​ການ​ສ້າງ COC ”


ຕອບກັບ

ຂ່າວ/ບົດ​ອື່ນ