ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະວິສາຫະກິດອາເມລິກາ
(ທ່ານຮອງນາຍົກລັດຖະມົນຕີລັດຖະບານ ຫງວຽນຊວນຟຸກ
ຕ້ອນຮັບຄະນະວິສາຫະກິດ ອາເມລິກາ)
(vovworld) – ຕອນບ່າຍວັນທີ 9/9, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີລັດຖະບານ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດ ອາເມລິກາ, ໂດຍທ່ານ Kirk Wagar ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສິງກະໂປ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ີການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ໄດ້ຮັບການຕີລາຄາເປັນສະຖານທີ່ດຶງດູດການລົງທຶນໃຫຍ່ຢູ່ ອາຊຽນ ແລະ ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນໃຫ້ສິນຄ້າສົ່ງອອກ, ຜະລິດປຸງແຕ່ງ. ຫວຽດນາມ ກໍພວມເຈລະຈາສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ແລະ ຫວັງວ່າຈະເປີດກາລະໂອກາດໃຫຍ່ໃຫ້ການແລກປ່ຽນການຄ້າ, ການລົງທຶນ 2 ຝ່າຍ ຫວຽດນາມ - ອາເມລິກາ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ ບັນດາວິສາຫະກິດ ຫວຽດນາມ ຈະມີໂອກາດສຳຜັດກັບຕະຫລາດກ້ວາງໃຫຍ່ຂອງບັນດາປະເທດຄູ່ຮ່ວມມື, ດ້ວຍອັດຕາພາສີຕ່ຳ ແລະ ຮົ້ວເຕັກນິກໄດ້ຮັບການຍົກເວັ້ນ.
ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສິງກະໂປ Kirk Wagar ເນັ້ນໜັກວ່າ: ສ່ວນຫລາຍວິສາຫະກິດ ອາເມລິກາ ຢູ່ ສິງກະໂປ ສະແດງຄວາມປາດຖະໜາຢາກເປີດກ້ວາງການລົງທຶນຢູ່ພາກພື້ນ ອາຊຽນ ແລະ ສະຖານທີ່ອັນດັບ 1 ເຊິ່ງພວກເຂົາເລືອກເຟັ້ນແມ່ນ ຫວຽດນາມ. ທ່ານ Kirk Wagar ຫວັງວ່າ: ດ້ວຍບັນດາຄຳໝັ້ນສັນຍາປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ສະດວກສະບາຍນັ້ນ, ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ໃນຕໍ່ໜ້າຈະມີວິສາຫະກິດ ອາເມລິກາ ຫລາຍແຫ່ງລົງທຶນເຂົ້າ ຫວຽດນາມ.